• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ດິນ​ຟ້າ​ອາ​ກາດ​ G 20 ສິ້ນ​ສຸດ​ລົງ​ແຕ່ບໍ່​ອອກ​ຖະ​ແຫລງ​ການ​ຮ່ວມ

ກອງປະຊຸມດັ່ງກ່າວແມ່ນກອງປະຊຸມຈັດກຽມໃຫ້ກອງປະຊຸມບັນດາການນຳຊື່ງຈະດຳເນີນໃນເດືອນ ພະຈິກຈະມາເຖິງ ກົງກັບຈຸດເວລາດຳເນີນກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງຕໍ່ໄປຂອງ ສະຫະປະຊາຊາດ ຢູ່ Sharm el-Sheikh, ປະເທດ ອີຢີບ.
   ທ່ານ Siti Nurbaya Bakar ລັດຖະມົນຕີກະຊວງສິ່ງແວດລ້ອມ ແລະ ປ່າໄມ້ ອິນໂດເນເຊຍ ກ່າວຄຳເຫັນທີ່ ກອງະຊຸມ G20 (ພາບ: AFP/TTXVN)  

ກອງປະຊຸມເຈົ້າຫນ້າທີ່ອາວຸໂສ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະຫາກໍ່ພົ້ນເດັ່ນຂຶ້ນແຖວຫນ້າໂລກ G20 ກ່ຽວກັບບັນຫາດິນຟ້າອາກາດຢູ່ ບາລີ ປະເທດ ອິນໂດເນເຊຍ ເມື່ອວັນທີ 31 ສິງຫາ ໄດ້ສິ້ນສຸດລົງ ແຕ່ບໍ່ໄດ້ອອກຖະແຫລງການຮ່ວມ ເຖິງວ່າ ປະເທດເຈົ້າພາບເຕືອນວ່າ ບັນດາພື້ນຖານເສດຖະກິດແຖວຫນ້າໂລກ ຄວນຮ່ວມແຮງຮ່ວມໃຈມີການກະທຳເພື່ອສະກັດກັ້ນສະພາບຫນ່ວຍໂລກອຸ່ນຂຶ້ນ. ກອງປະຊຸມດຳເນີນໃນເວລາ 1 ວັນ ໄດ້ອັດລົງ ດ້ວຍຍເລື່ອງ ທ່ານ Siti Nurbaya Bakar ລັດຖະມົນຕີກະຊວງສິ່ງແວດລ້ອມ ແລະ ປ່າໄມ້ ອິນໂດເນເຊຍ ແຈ້ງວ່າ ປະທານ G20 Jakarta ຈະຍົກອອກພຽງແຕ່ການສະຫລຸບບັນດາຄາດໝາຍຂອງເວທີປາໄສ.

ກອງປະຊຸມດັ່ງກ່າວແມ່ນກອງປະຊຸມຈັດກຽມໃຫ້ກອງປະຊຸມບັນດາການນຳຊື່ງຈະດຳເນີນໃນເດືອນ ພະຈິກຈະມາເຖິງ ກົງກັບຈຸດເວລາດຳເນີນກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງຕໍ່ໄປຂອງ ສະຫະປະຊາຊາດ ຢູ່  Sharm el-Sheikh, ປະເທດ ອີຢີບ. ເດືອນຜ່ານມາ, ກອງປະຊຸມການເງິນ G 20 ຢູ່ ອິນໂດເນເຊຍ ກໍ່ບໍ່ບັນລຸໄດ້ຖະແຫລງການຮ່ວມ ຍ້ອນຄວາມບໍ່ລົງລອຍກັນກ່ຽວກັບການປະທະກັນ ຢູ່ ຢູແກຼນ ແລະ ປະເທດເຈົ້າພາບ ໄດ້ອອກຖະແຫລງການປະທານ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top