
(ພາບປະກອບ: TTXVN)
ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາ ແລະ ໃຫ້ຄຳເຫັນກ່ຽວກັບບາງເນື້ອໃນດັ່ງນີ້: ໃຫ້ຄຳເຫັນກ່ຽວກັບບາງບັນຫາທີ່ຍັງມີຄຳເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍຊາວຜູ້ອອກແຮງງານ ຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາ (ສະບັບປັບປຸງ); ການອະພິປາຍຮັບເອົາຄຳເຫັນປະກອບ, ປັບປຸງຮ່າງກົດໝາຍວ່າດ້ວຍຂໍ້ຕົກລົງສາກົນ; ການຜັນຂະຫຍາຍປະຕິບັດບັນດາລະບຽບການໃໝ່ໄດ້ຮັບການປັບປຸງເພີ່ມເຕີມໃນກົດໝາຍວ່າດ້ວຍສະພາແຫ່ງຊາດ; ການປະກາດໃຊ້ດຳລັດກຳນົດກ່ຽວກັບປະກັນໄພມະຫາພາກ ຂອງບັນດາອົງການຈັດຕັ້ງການເມືອງ - ສັງຄົມ; ການປະກາດໃຊ້ດຳລັດວ່າດ້ວຍການກຳນົດກ່ຽວກັບການເຄື່ອນໄຫວທາງດ້ານສິລະປະການສະແດງ ແລະ ອື່ນໆ.
(ແຫຼ່ງຄັດຈາກ VOV)