• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19

ສຳລັບການເປີດຖ້ຽວບິນໃຫ້ແກ່ນັກຊ່ຽວຊານເຂົ້າເມືອງຫວຽດນາມ, ກະຊວງສາທາລະນະສຸກຫວຽດນາມ ໄດ້ທາບທາມຂັ້ນຕອນປະຕິວັດຂອງແຕ່ປະເທດ, ຄົ້ນຄ້ວາຂັ້ນຕອນປະຕິບັດຄືນໃໝ່ ແລະ ປະກາດໃຊ້ຄຳແນະນຳ.

ທ່ານ ຫວູດຶກດາມຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໄດ້ເປັນປະທານກອງປະຊຸມ (ພາບ: TTXVN) 

ຕອນບ່າຍວັນທີ 9 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ຫວູດຶກດາມຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳປຶກສາຫາລືກ່ຽວກັບຊຸດ Kit ວິໄຈຫາເຊື້ອ, ວັກຊິນ ແລະ ແຜນການກວດຫາວິໄຈເຊື້ອພະຊາດ Covid – 19 ໃຫ້ແກ່ບັນດາເປົ້າໝາຍເຂົ້າເມືອງຫວຽດນາມ ເມື່ອ ຫວຽດນາມ ເປີດຖ້ຽວບິນຄືນໃໝ່. ສຳລັບການເປີດຖ້ຽວບິນໃຫ້ແກ່ນັກຊ່ຽວຊານເຂົ້າເມືອງຫວຽດນາມ, ກະຊວງສາທາລະນະສຸກຫວຽດນາມ ໄດ້ທາບທາມຂັ້ນຕອນປະຕິວັດຂອງແຕ່ປະເທດ, ຄົ້ນຄ້ວາຂັ້ນຕອນປະຕິບັດຄືນໃໝ່ ແລະ ປະກາດໃຊ້ຄຳແນະນຳ. ທ່ານ ຫງວຽນແທງລອງ ຜູ້ຮັກສາ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ:

        ສຳລັບນັກຊ່ຽວຊານ, ແຮງງານທີ່ມີສີມືການຊ່າງສູງມາເຮັດວຽກຢູ່ຫວຽດນາມຍາວນານ, ແຕ່ຕ້ອງແຍກຕົວເພື່ອແນໃສ່ຮັບປະກັນຢ່າງແນ່ນອນກ່ວາ. ກ່ອນອື່ນໝົດແມ່ນບໍ່ເປີດປະຕູການທ່ອງທ່ຽວ, ປັດຈຸບັນ ຍັງມີບາງສິ່ງທີ່ເປັນຫ່ວງກ່ຽວກັບການວິໄຈ ຫາເຊື້ອ 2 ວັນເທື່ອໜຶ່ງ, ພວກຂ້າພະເຈົ້າຖືວ່າ ອາດຈະຕອບສະໜອງໄດ້ໃນໄລຍະ 2  3 ມື້.

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top