• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ Munich ປະ​ກາດ​ບົດ​ລາຍ​ງານ​ຄວາມ​ໝັ້ນ​ຄົງ​ປະ​ຈຳ​ປີ

ບົດລາຍງານໃຫ້ຂໍ້ສັງເກດວ່າ ມີບາງນະໂຍບາຍ ແລະ ວິທີການເຂົ້າເຖິງຂອງບັນດາປະເທດມະຫາອຳນາດ, ໃນນັ້ນ ມີອາເມລິກາ ພວມສົ່ງຜົນກະທົບຫຼາຍພໍສົມຄວນເຖິງລະບົບລະບອບລະບຽບການ ແລະ ຄວາມເປັນລະບຽບຮຽບຮ້ອຍສາກົນໃນປັດຈຸບັນ.
ທ່ານປະທານ MSC Wolfgang Ischinger (ຜູ້ທີ 2 ນັບແຕ່ເບື້ອງຂວາມື) ໃນການຖະແຫຼງຂ່າວ (ພາບ: TTXVN)

ວັນທີ 09 ກຸມພາ, ຄະນະຈັດຕັ້ງກອງປະຊຸມກ່ຽວກັບຄວາມໝັ້ນຄົງ Munich (MSC) ປະກາດບົດລາຍງານຄວາມໝັ້ນຄົງ Munich ປີ 2026, ໃນນັ້ນ ໄດ້ເຕື້ອງເຖິງການຜັນແປຫຼາຍຢ່າງ ແລະ ທ່າອ່ຽງພົ້ນເດັ່ນຂອງສະພາບແວດລ້ອມຄວາມໝັ້ນຄົງ - ການເມືອງທົ່ວໂລກໃນປັດຈຸບັນ. ບົດລາຍງານໃຫ້ຂໍ້ສັງເກດວ່າ ມີບາງນະໂຍບາຍ ແລະ ວິທີການເຂົ້າເຖິງຂອງບັນດາປະເທດມະຫາອຳນາດ, ໃນນັ້ນ ມີອາເມລິກາ ພວມສົ່ງຜົນກະທົບຫຼາຍພໍສົມຄວນເຖິງລະບົບລະບອບລະບຽບການ ແລະ ຄວາມເປັນລະບຽບຮຽບຮ້ອຍສາກົນໃນປັດຈຸບັນ. ເອກະສານສະບັບດັ່ງກ່າວໄດ້ລະບຸວ່າ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ແມ່ນໜຶ່ງໃນບັນດາການນຳທີ່ມີຜົນສະທ້ອນຫຼາຍເຖິງວິວັດທະນາການດັດປັບບັນດາຫຼັກການ ແລະ ໂຄງສ້າງການຮ່ວມມືສາກົນໃນໄລຍະຜ່ານມາ.

ເມື່ອກ່າວຄຳເຫັນໃນການຖະແຫຼງຂ່າວປະກາດບົດລາຍງານຢູ່ ເບີລິນ, ທ່ານ Wolfgang Ischinger ປະທານ MSC ໃຫ້ຮູ້ວ່າ ສາຍພົວພັນຄູ່ຮ່ວມມືຂ້າມມະຫາສະໝຸດອັດລັງຕິກ ໄດ້ປະກົດມີຄວາມແຕກຕ່າງກັນໃດໜຶ່ງ ນັບແຕ່ເມື່ອທ່ານ Donald Trump ເລີ່ມຮັບດຳລົງຕຳແໜ່ງປະທານາທິບໍດີສະໄໝທີ 2; ພ້ອມທັງວາງອອກຄຳຖາມກ່ຽວກັບແງ່ຫວັງຮ່ວມມືຂ້າມອັດລັງຕິກ ກໍຄື ສາກົນໃນໄລຍະຈະມາເຖິງ. ບົດລາຍງານກໍໄດ້ເຕື້ອງເຖິງທ່າອ່ຽງຄວາມເຊື່ອໝັ້ນຂອງມະຫາຊົນຕໍ່ກັບບັນດາລະບອບລະບຽບການຢູ່ບາງປະເທດຕາເວັນຕົກ ພວມມີສັນຍານຫຼຸດລົງ, ພ້ອມທັງຮັບຮູ້ການພົ້ນເດັ່ນຂຶ້ນຂອງບັນດາກຳລັງການເມືອງທີ່ເດີນຕາມກຳນົດນິດປ່ຽນແປງຢ່າງເລິກເຊິ່ງກວ້າງຂວາງ./.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ບົດ​ຮຽນ​ພັດ​ທະ​ນາ​ສັງ​ຄົມ​ຍຸດ​ຕິ​ທຳ ແລະ ກວມ​ລວມ​ຢູ່ ສ​ປ​ຊ

ຫວຽດ​ນາມ ແບ່ງ​ປັນ​ບົດ​ຮຽນ​ພັດ​ທະ​ນາ​ສັງ​ຄົມ​ຍຸດ​ຕິ​ທຳ ແລະ ກວມ​ລວມ​ຢູ່ ສ​ປ​ຊ

ແຕ່ວັນທີ 2-10 ກຸມພາ, ກອງປະຊຸມຄັ້ງທີ 64 ຂອງຄະນະກຳມະການພັດທະນາສັງຄົມ ສປຊ (CSocD) ດ້ວຍຫົວຂໍ້ “ຊຸກຍູ້ການພັດທະນາສັງຄົມ ແລະ ຄວາມຍຸດຕິທຳສັງຄົມ ຜ່ານບັນດານະໂຍບາຍສົມທົບກັນ, ຍຸດຕິທຳ ແລະ ກວມລວມ” ຈັດຂຶ້ນຢູ່ສຳນັກງານ ສປຊ ທີ່ ນິວຢອກ ປະເທດ ອາເມລິກາ.

Top