• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມ Shangri- La 2018: ຫວຽດນາມ ຢືນຢັນຄວາມເປັນເຈົ້າຕົນເອງແລະການຮ່ວມມື,ເຄົາລົບກົດໝາຍສາກົນ

      ວັນທີ 2 ມີຖຸນາ, ກອງປະຊຸມ Sangri- La ຄັ້ງທີ 17 ໄດ້ດຳເນີນໄປຢູ່ ສິງກະໂປ ເລີ່ມຕົ້ນມື້ເຮັດວຽກທຳອິດຂອງກອງປະຊຸມ ດ້ວຍບັນດາວາລະປະຊຸມຄົບຄະນະ, ສຸມໃສ່ເຂົ້າຫລາຍເນື້ອໃນສຳຄັນ, ມີຜົນສະທ້ອນໂດຍກົງເຖິງສັນຕິພາບ, ສະຖຽນລະພາບຂອງພາກພື້ນ. 

ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກ່າວຄຳເຫັນທີ່   ກອງປະຊຸມ
      ຕອນເຊົ້າວັນທີ 2 ມີຖຸນາ, ກ່າວຄຳເຫັນທີ່ກອງປະຊຸມ, ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເນັ້ນຫນັກເຖິງເອກະລາດ, ຄວາມເປັນເຈົ້າຕົນເອງ ແລະ ເພີ່ມທະວີການຮ່ວມມື, ເຄົາລົບກົດໝາຍສາກົນແມ່ນພື້ນຖານຂອງຄວາມໝັ້ນຄົງ, ສັນຕິພາບ ແລະ ພັດທະນາ. ກ່ຽວກັບບັນຫາຄວາມຂັດແຍ້ງອະທິປະໄຕ, ຜືນແຜ່ນດິນ, ການກໍ່ການຮ້າຍ… ທ່ານລັດຖະມົນຕີ ໂງຊວນລິກ ຖືວ່າ: ເລື່ອງບັນດາຝ່າຍກ່ຽວຂ້ອງພ້ອມກັນເຈລະຈາແກ້ໄຂຄວາມບໍ່ລົງລອຍກັນ, ຄວາມຂັດແຍ້ງໂດຍສັນຕິວິທີ, ຜ່ານການເຈລະຈາ, ແທນທີການສູ້ຢັນ, ນາບຂູ່ການນຳໃຊ້ອາວຸດຫລື ການກະທຳຕາມລຳພັງຝ່າຍດຽວແມ່ນເສັ້ນທາງດີສຸດ.
ທ່ານລັດຖະມົນຕີ ໂງຊວນລິກ ກໍ່ຢືນຢັນວ່າ: ໃນໂຄງສ້າງຄວາມໝັ້ນຄົງພາກພື້ນ ອາຊຽນ ແມ່ນແບບຢ່າງການຮ່ວມມື, ຮ່ວມສຳພັນຂອງບັນດາປະເທດຂະຫນາດກາງ ແລະ ນ້ອຍ ນັບມື້ນັບສວມບົດບາດຕັ້ງຫນ້າ ເປັນໃຈກາງໃຫ້ບັນດາຄວາມມານະພະຍາຍາມລວມ. ອາຊຽນ ກໍ່ໄດ້ປະກອບສ່ວນສ້າງໂຄງສ້າງຄວາມໝັ້ນຄົງ, ຮັບປະກັນສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຂອງ ອາຊີ- ປາຊີຟິກ. ສຳລັບບັນຫາທະເລຕາເວັນອອກ, ທ່ານລັດຖະມົນຕີ ໂງຊວນລິກ ອີກຄັ້ງຫນຶ່ງໄດ້ເນັ້ນຫນັກຢ່າງແຮງວ່າ ຫວຽດນາມ ຢຶດໝັ້ນ ແລະ ສະຫນັບສະຫນູນເລື່ອງແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ. ບັນດາຝ່າຍກ່ຽວຂ້ອງ ຄວນສະແດງຄວາມຮັບຜິດຊອບໃນການສ້າງຄວາມເປັນລະບຽບຮຽບຮ້ອຍຢູ່ທະເລ, ເພື່ອໃຫ້ທະເລກາຍເປັນເຂດທະເລສັນຕິພາບ, ຮ່ວມມື ແລະ ມິດຕະພາບ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top