• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມ SEAMEO: ຄວນສ້າງສະພາບແວດລ້ອມການຮໍ່າຮຽນແບບມີຄວາມຜາສຸກ

      ຈຸດສຸມຂອງພື້ນຖານການສຶກສາ ແມ່ນຕ້ອງສ້າງສະພາບແວດລ້ອມແຫ່ງການຮໍ່າຮຽນແບບມີຄວາມຜາສຸກ ເຊິ່ງຢູ່ໃນນັ້ນ ເຕັກໂນໂລຢີໜູນຊ່ວຍຜູ້ຮໍ່າຮຽນສ້າງຄວາມຮັກແພງ ແລະ ຊຸກຍູ້ກໍາລັງໜູນຮໍ່າຮຽນຕະຫຼອດຊີວິດ.

ລັດຖະມົນຕີກະຊວງການສຶກສາບັນດາປະເທດ ອາຊຽນ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)
      ວັນທີ 23 ກໍລະກົດ, ກ່າວຄໍາເຫັນທີ່ກອງປະຊຸມ ຂອງອົງການລັດຖະມົນຕີການສຶກສາອາຊີຕາເວັນອອກສ່ຽງໃຕ້ (SEAMEO) ຄັ້ງທີີ 50 ພວມດໍາເນີນໄປຢູ່ ມາເລເຊຍ, ທ່ານຟຸ່ງຊວັນຫຍະ ລັດຖະມົນຕີກະຊວງການສຶກສາ ແລະ ບໍາລຸງສ້າງຫວຽດນາມ ຖືວ່າ: ຈຸດສຸມຂອງພື້ນຖານການສຶກສາ ແມ່ນຕ້ອງສ້າງສະພາບແວດລ້ອມແຫ່ງການຮໍ່າຮຽນແບບມີຄວາມຜາສຸກ ເຊິ່ງຢູ່ໃນນັ້ນ ເຕັກໂນໂລຢີໜູນຊ່ວຍຜູ້ຮໍ່າຮຽນສ້າງຄວາມຮັກແພງ ແລະ ຊຸກຍູ້ກໍາລັງໜູນຮໍ່າຮຽນຕະຫຼອດຊີວິດ. ທ່ານລັດຖະມົນຕີ ຟຸ່ງຊວັນຫຍະ ປາດຖະໜາວ່າ ກອງປະຊຸມ ຈະແມ່ນບ່ອນແບ່ງປັນບົດຮຽນ ແລະ ຂໍ້ລິເລີ່ມ ຊ່ວຍໃຫ້ບັນດາປະເທດ ອາຊຽນ ເປີດກວ້າງການພົວພັນຮ່ວມມື ພ້ອມກັນມຸ່ງໄປເຖິງ ອາຊຽນ ວັດທະນາຖາວອນ ແລະ ພັດທະນາ.
        ໃນຂອບເຂດເຂົ້າຮ່ວມກອງປະຊຸມ, ຝ່າຍຫວຽດນາມ ກໍໄດ້ພົບປະກັບລັດຖະມົນຕີການສຶກສາ ມາເລເຊຍ, ໄທ ໄປຢ້ຽມຢາມຊອກຮູ້ບົດຮຽນກ່ຽວກັບຮູບແບບການສິດສອນ ແລະ ບໍາລຸງສ້າງການຄຸ້ມຄອງຢູ່ໂຮງຮຽນຈໍານວນໜຶ່ງຂອງ ມາເລເຊຍ ອີກດ້ວຍ. 
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top