• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມ “ເສັ້ນທາງເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນ ເປັນສັນຍາລັກຂອງເຈດຈໍານົງໂຮມປະເທດຊາດເປັນເອກະພາບ

      ຕອນເຊົ້າວັນທີ 14 ພຶດສະພາ, ຢູ່ເທດສະບານນະຄອນ ຢາເຫງຍ, ແຂວງ ດັກນົງຂອງຫວຽດນາມ ໄດ້ດໍາເນີນກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ດ້ວຍຫົວຂໍ້ວ່າ: ເສັ້ນທາງເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນ ເປັນສັນຍາລັກຂອງເຈດຈໍານົງໂຮມປະເທດຊາດເປັນເອກະພາບ”.

ກອງປະຊຸມ “ເສັ້ນທາງເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນ ເປັນສັນຍາລັກຂອງເຈດຈໍານົງໂຮມປະເທດຊາດເປັນເອກະພາບ (ພາບ:nhandan.com)
       ເພື່ອສະເຫຼີມສະຫຼອງ 60 ປີ ແຫ່ງວັນເປີດເສັ້ນທາງ ເຈື່ອງເຊີນ (ສາຍພູຫຼວງ) - ເສັ້ນທາງໂຮ່ຈີມິນ (19/5/1959 – 19/5/2019) ຕອນເຊົ້າວັນທີ 14 ພຶດສະພາ, ຢູ່ເທດສະບານນະຄອນ ຢາເຫງຍ, ແຂວງ ດັກນົງຂອງຫວຽດນາມ ໄດ້ດໍາເນີນກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ດ້ວຍຫົວຂໍ້ວ່າ: “ເສັ້ນທາງເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນ ເປັນສັນຍາລັກຂອງເຈດຈໍານົງໂຮມປະເທດຊາດເປັນເອກະພາບ”. ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ ນັກຮົບເກົ່າ ຫງວຽນວັນແຄງ, ອະດີດພາລະກອນພະລາທິການ ແຂວງດັກນົງ ແບ່ງປັນວ່າ:
        ເນື່ອງໃນໂອກາດດໍາເນີນກອງປະຊຸມສໍາມະນານີ້, ຂ້າພະເຈົ້າປາດຖະໜາຢາກໃຫ້ຄົນລຸ້ນໜຸ່ມຕ້ອງຊອກຮູ້ ແລະ ມີຄວາມເຂົ້າໃຈຫຼາຍກວ່າກ່ຽວກັບຄວາມລໍາບາກກາກກໍາຂອງຄົນລຸ້ນກ່ອນ, ພ້ອມທັງເອົາບັນດາແບບຢ່າງນັ້ນ ຂົນຂວາຍໃຫ້ລູກຫຼາຍຂອງຕົນເຂົ້າຮ່ວມກໍາລັງປະກອບອາວຸດ ເພື່ອປົກປັກຮັກສາປະເທດຊາດ. ກອງປະຊຸມສໍາມະນານີ້ ບໍ່ພຽງແຕ່ໂຄສະນາເຜີຍແຜ່ໃຫ້ແຂວງ ດັກນົງ ເທົ່ານັ້ນ ຫາກຍັງໃຫ້ທັງປະເທດເຫັນໄດ້ວ່າ ບັນດາຄຸນງາມຄວາມດີດັ່ງກ່າວ ແມ່ນຄວາມເປັນກຽດອັນຍິ່ງໃຫຍ່ສໍາລັບປະຊາຊົນ”.
        ທີ່ກອງປະຊຸມສໍາມະນາ, ຄະນະຈັດຕັ້ງ ໄດ້ຮັບບົດປະກອບຄໍາຄິດເຫັນວິທະຍາສາດກວ່າ 80 ບົດຂອງບັນດາການນໍາ, ອະດີດການນໍາພັກ, ລັດ, ບັນດາອົງການຂັ້ນສູງກາງ...ທັງຢູ່ພາຍໃນ ແລະ ນອກກອງທັບ. ດ້ວຍວິທີສໍາຜັດວິທະຍາສາດ, ກອງປະຊຸມສໍາມະນາໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ເສັ້ນທາງຍຸດທະສາດເຈື່ອງເຊີນ  ແມ່ນຜົນສໍາເລັດອັນດີເລີດໃນແນວທາງ, ແຜນນະໂຍບາຍຊີີ້ນໍາ, ນໍາພາຂອງການປະຕິວັດພາກໃຕ້ຂອງພັກ, ເຊິ່ງນໍາໜ້າແມ່ນປະທານໂຮ່ຈີມິນ; ເປັນຈິດໜຶ່ງໃຈດຽວລະຫວ່າງທັດສະນະຂອງພັກ, ຈິດໃຈຂອງປະຊາຊົນ, ອັນໄດ້ສະແດງໃຫ້ເຫັນຢ່າງມີຊີວິດຊີວາ ຜ່ານການຕັດສິນໃຈ “ເປີດສາຍພູຫຼວງ ໄປກູ້ຊາດ”. 
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top