• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມ ເທື່ອທີ 6, ສະພາແຫ່ງຊາດຈະຕີລາຄາກາງສະໄຫມກ່ຽວກັບການພັດທະນາເສດຖະກິດ ສັງຄົມ

ໂດຍສືບຕໍ່ວາລະປະຊຸມຄັ້ງທີ 24 ຂອງຄະນະປະຈຳສະພາແຫ່ງຊາດ, ຕອນບ່າຍວັນທີ 14 ກໍລະກົດ ຢູ່ ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ສະຫລຸບກອງປະຊຸມເທື່ອທີ 5 ແລະ ໃຫ້ຄຳເຫັນເບື້ອງຕົ້ນກ່ຽວກັບການກະກຽມໃຫ້ກອງປະຊຸມເທື່ອທີ 6 ຂອງສະພາແຫ່ງຊາດ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ:quochoi.vn

 ໃນກອງປະຊຸມເທື່ອທີ 6, ຄາດວ່າ ສະພາແຫ່ງຊາດ ຮັບຮອງເອົາຮ່າງກົດໝາຍ 9 ສະບັບ ແລະ ໃຫ້ຄຳເຫັນໃສ່ ຮ່າງກົດໝາຍ 8 ສະບັບ; ພິຈາລະນາ, ຕັດສິນບັນດາບັນຫາເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດປີ 2023 ແລະ ປີ 2024; ບົດລາຍງານຕີລາຄາກາງສະໄຫມ ກ່ຽວກັບການປະຕິບັດບັນດາແຜນການ ໄລຍະ 5 ປີ ຄືແຕ່ປີ 2021 – 2025 ກ່ຽວກັບການພັດທະນາເສດຖະກິດ -ສັງຄົມ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່, ການລົງທຶນພາກລັດໄລຍະກາງ, ການເງິນແຫ່ງຊາດ ແລະ ເລື່ອງກູ້ຢຶມ, ຊຳລະຂອງລັດ ແລະ ບັນຫາອື່ນອີກ. ຄາດວ່າ ກອງປະຊຸມເທື່ອທີ 6 ຂອງສະພາແຫ່ງຊາດ ຈະເຄື່ອນໄຫວມາເປັນເວລາ 23 ວັນ, ແລະໄຂຂຶ້ນໃນວັນທີ 23 ຕຸລາ.

ກ່າວຄຳເຫັນອັດວາລະປະຊຸມຄັ້ງທີ 24 ຂອງຄະນະປະຈຳແຫ່ງຊາດ, ທ່ານ ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະເຫນີ ຄະນະປະຈຳສະພາແຫ່ງຊາດ ສ້າງສຳເລັດມະຕິກ່ຽວກັບການສັບຊ້ອນບັນດາຫົວຫນ່ວຍບໍລິຫານຂັ້ນເມືອງ, ຂັ້ນຕາແສງ ໄລຍະ 2023 – 2030 ແລະ ກະກຽມກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດໃນເດືອນ ສິງຫາ ຈະມາເຖິງ ໃຫ້ເປັນຢ່າງດີ.

 

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top