• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມ​ອອນ​ລາຍກ່ຽວກັບ​ການ​ຮັກສາ​ສັນຕິພາບ ສປຊ ກັບ​ບັນດາ​ກໍາລັງ​ຂອງຫວຽດນາມ ທີ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ ສປຊ ຢູ່ ຄະນະ​ປະຕິບັດ​ງານຕ່າງໆ

ຕອນເຊົ້າວັນທີ 15 ມິຖຸນາ ຢູ່ຮ່າໂນ້ຍ, ຄະນະຊີ້ນໍາກະຊວງປ້ອງກັນປະເທດ ກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ໄດ້ຈັດຕັ້ງກອງປະຊຸມອອນລາຍ ກັບບັນດາກໍາລັງທີ່ປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ ແລະ ສາທາລະນະລັດ ອາຟະລິກາກາງ.

ກອງປະຊຸມອອນລາຍກ່ຽວກັບການຮັກສາສັນຕິພາບ ສປຊ ກັບບັນດາກໍາລັງຂອງຫວຽດນາມ ທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢູ່ ຄະນະປະຕິບັດງານຕ່າງໆ(ພາບ:  TTXVN)

ນະທີ່ນີ້, ຄະນະຊີ້ນໍາ ໄດ້ຮັບຟັງບົດລາຍງານກ່ຽວກັບສະພາບການເຄື່ອນໄຫວຮັກສາສັນຕິພາບ ສປຊ ຂອງຫວຽດນາມ ຢູ່ ສ. ອາຟະລິກາກາງ; Awei, ຊູດັງໃຕ້ ແລະ ໂຮງໝໍກາງສະໜາມລະດັບ 2 ເລກທີ 2 ຢູ່ Bnentiu, ຊູດັງໃຕ້ ລາຍງານກ່ຽວກັບສະພາບການໂລກລະບາດໂຄວິດ - 19 ຢູ່ບໍລິເວນ. ຕາມຂໍ້ສັງເກດຂອງນັກຊ່ຽວຊານຫຼາຍທ່ານແລ້ວ, ຊູດັງໃຕ້ ແມ່ນໜຶ່ງໃນ 5 ປະເທດ ອາຟະລິກາ ທີ່ມີອັດຕາຜູ້ຕິດໂລກລະບາດໂຄວິດ - 19 ເພີ່ມຂຶ້ນໄວທີ່ສຸດ ແລະ ແມ່ນໜຶ່ງໃນບັນດາປະເທດຢືນແຖວໜ້າກ່ຽວກັບລະດັບຄວາມອັນຕະລາຍກ່ຽວກັບໂລກລະບາດໂຄວິດ - 19. ໂຮງໝໍກາງສະໜາມຂັ້ນ 2 ເລກທີ 2 ຢູ່ Bnentiu, ຊູດັງໃຕ້ ໄດ້ຮັບ ແລະ ປິ່ນປົວຜູ້ຕິດເຊື້ອນັບຮ້ອຍຄົນ. ຢູ່ ອາຟະລິກາກາງ, ຫວຽດນາມ ມີນາຍທະຫາຍ 6 ຄົນ ພວມປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ MINUSCA.

        ກ່າວຄໍາເຫັນນະທີ່ນີ້, ທ່ານພົນໂທ ຫງວຽນຈິວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ແບ່ງປັນບັນດາຄວາມຫຍຸ້ງຍາກຂອງພະນັກງານ, ນັກຮົບ ຫວຽດນາມ ທີ່ພວມເຄື່ອນໄຫວຢູ່ບໍລິເວນຫ່າງໄກນີ້; ພ້ອມທັງຢ້ັງຢືນເຖິງຄວາມເອົາໃຈໃສ່ຂອງກະຊວງປ້ອງກັນປະເທດ ທີ່ມີຕໍ່ກໍາລັງດັ່ງກ່າວ. ທ່ານສະເໜີໃຫ້ກໍາລັງຮັກສາສັນຕິພາບ ຫວຽດນາມ ທີ່ພວມເຄື່ອນໄຫວຢູ່ຄະນະປະຕິບັດງານຕ່າງໆ ສືບຕໍ່ເຮັດຫຼ້ອນໜ້າທີ່ໃຫ້ເປັນຢ່າງດີ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top