• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມໃຫຍ່ ASOSAI ຄັ້ງທີ 14 ໄດ້ອັດລົງ, ຮັບຮອງເອົາຖະແຫຼງການຮ່າໂນ້ຍ

      ກ່ອນໜ້ານັ້ນ, ໃນຕອນເຊົ້າວັນດຽວກັນ, ທີ່ກອງປະຊຸມຄົບຄະນະຄັ້ງທີ 2, ບັນດາຜູ້ແທນກໍ່ໄດ້ສະຫງວນເວລາ 1 ນາທີ

ບັນດາຜູ້ແທນໄດ້ກົ້ວຫົວໄວ້ອາໄລທ່ານປະທານປະເທດ ເຈິ່ນດ້າຍກວາງ
      ຕອນເຊົ້າວັນທີ 22 ກັນຍາ, ພາຍຫຼັງດຳເນີນກອງປະຊຸມໃຫຍ່ ASOSAI ຄັ້ງທີ 14
ມາເປັນເວລາ 4 ວັນ, ກອງປະຊຸມກໍ່ໄດ້ປິດລົງ ຢູ່ຮ່າໂນ້ຍ. ກ່ອນໜ້ານັ້ນ, ໃນຕອນເຊົ້າວັນດຽວກັນ, ທີ່ກອງປະຊຸມຄົບຄະນະຄັ້ງທີ 2,
ບັນດາຜູ້ແທນກໍ່ໄດ້ສະຫງວນເວລາ 1 ນາທີເພື່ອກົ້ມຫົວໄວ້ອາໄລແດ່ທ່ານປະທານປະເທດ ສສ ຫວຽດນາມ ເຈິ່ນດ້າຍກວາງ.
        ກໍ່ທີ່ກອງປະຊຸມນີ້, ບັນດາຜູ້ແທນກໍ່ຮັບຮອງເອົາຖະແຫຼງການຮ່າໂນ້ຍ, ເອກະສານທາງການຂອງກອງປະຊຸມໃຫຍ່ ASOSAI 14. ເມື່ອກ່າວຖະແຫຼງການຮ່າໂນ້ຍ ຕໍ່ບັນດາສະມາຊິກ ASOSAI, ທ່ານ ດ່ວານຊວນຕຽນ, ຮອງຫົວໜ້າອົງການກວດສອບແຫ່ງລັດ ຫວຽດນາມ ໄດ້ເນັ້ນໜັກວ່າ:
        “ຖະແຫຼງການແມ່ນເພື່ອແນໃສ່ສົ່ງສານສຳຄັນທີ່ສຸດຂອງກອງປະຊຸມໃຫຍ່, ສ່ອງແສງບັນດາແນວຄວາມຄິດ ແລະ ຂໍ້ສະເໜີຂອງ ASOSAI ຕໍ່ປະຊາຄົມພາກພື້ນ ແລະ ໂລກ ໃນຂົງເຂດກວດສອບພາກລັດ. ຖະແຫຼງການຮ່າໂນ້ຍ ໄດ້ຢັ້ງຢືນເຖິງຄວາມເອົາໃຈໃສ່, ບັນດາຄວາມມານະພະຍາຍາມໃນການປະກອບສ່ວນແທດຈິງຂອງປະຊາຄົມ ASOSAI ຕໍ່ກິດຈະການເດີນຕາມບັນດາເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ ແລະ ການແກ້ໄຂສິ່ງທ້າທາຍກ່ຽວກັບສິ່ງແວດລ້ອມໃນທົ່ວໂລກບົນພື້ນຖານໝາກຜົນຂອງການປຶກສາຫາລືກ່ຽວກັບຫົວຂໍ້ “ການກວດສອບສິ່ງແວດລ້ອມເພື່ອພັດທະນາແບບຍືນຍົງ”.
ກ່າວຄໍາເຫັນທີ່ພິທີປິດກອງປະຊຸມ ASOSAI 14, ປະທານ ASOSAI ອາຍຸການ 2018 – 2021, ທ່ານ ໂຮ່ດຶກເຝີກ ຫົວໜ້າອົງການກວດສອບແຫ່ງລັດ ຫວຽດນາມ ຢັ້ງຢືນວ່າ:
        “ກອງປະຊຸມໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ ແລະ ເປີດໜ້າປະຫວັດສາດໃໝ່ໃຫ້ແກ່ປະຊາຄົມ ASOSAI  ດ້ວຍກາລະໂອກາດ, ແງ່ຫວັງ, ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ. ອົງການກວດສອບແຫ່ງລັດ ຫວຽດນາມ ຈະພະຍາຍາມຈົນສຸດຄວາມສາມາດຂອງຕົນ ຄຽງບ່າຄຽງໄຫຼ່ ກັບ ບັນດອົງການກວດສອບສະມາຊິກ ຄະນະບໍລິຫານງານຊຸດໃໝ່ ແລະ ບັນດາອົງການກວດສອບສະມາຊິກ ໃນການປະຕິບັດວິໄສທັດຂອງ ASOSAI ໃຫ້ປະກົດຜົນເປັນຈິງ ຜ່ານການຜັນຂະຫຍາຍບັນດາຍຸດທະສາດ, ໂຄງການ ແລະ ແຜນການຢ່າງເປັນເຈົ້າການ, ມີຫົວຄິດປະດິດສ້າງ ແລະ ມີປະສິດປະຜົນ”.
        ກອງປະຊຸມໃຫຍ່ ASOSAI 14 ໄດ້ເຫັນດີເປັນເອກະພາບ ເລືອກ ປະເທດໄທ ເປັນປະເທດເຈົ້າພາບ ຈັດຕັ້ງ ກອງປະຊຸມ ASOSAI 15 ໃນປີ 2021.
 (​ແຫຼ່ງຄັດ​ຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນທາງກັບ​ເມືອ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ ​ໄປ​ປະ​ຕິ​ບັດ​ຢູ່ ອາ​ເມ​ລິ​ກາ ແລະ ບ​ຣາ​ຊິນ​ຢ່າງ​ຈົບ​ງາມ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນທາງກັບ​ເມືອ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ ​ໄປ​ປະ​ຕິ​ບັດ​ຢູ່ ອາ​ເມ​ລິ​ກາ ແລະ ບ​ຣາ​ຊິນ​ຢ່າງ​ຈົບ​ງາມ

ໃນ 8 ວັນຢູ່ ອາເມລິກາ ແລະ ບຣາຊິນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີບັນດາການເຄື່ອນໄຫວທີ່ພົ້ນເດັ່ນ, ຕໍ່ເນື່ອງ ດ້ວຍ ກ່ວາ 70 ການເຄື່ອນໄຫວ ຢູ່ 5 ນະຄອນ

Top