• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມໃຫຍ່ກຳມະບານ ຫວຽດນາມ ຄັ້ງທີ XII ຄາດວ່າຈະດຳເນີນໃນລະຫວ່າງວັນທີ 26-29 ກັນຍາ

      ວັນທີ 6 ສິງຫາ, ທີ່ຮ່າໂນ້ຍ, ທ່ານ ນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງໄດ້ເຮັດວຽກຮ່ວມກັບ ສະຫະພັນໃຫຍ່ແຮງງານຫວຽດນາມ ກ່ຽວກັບວຽກງານການກະກຽມ ກອງປະຊຸມໃຫຍ່ກຳມະບານ ຫວຽດນາມ ຄັ້ງທີ XII (ອາຍຸການ 2018-2023). 

ທ່ານບຸ່ຍວັນເກືອງ ບົດລາຍກ່ຽວກັບວຽກງານການກະກຽມ ກອງປະຊຸມໃຫຍ່ກຳມະບານ ຫວຽດນາມ ຄັ້ງທີ XII 
(ພາບ:laodong.com.vn) 
      ທ່ານ ນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຖືວ່າ: ໃນ ອາຍຸການ 2018-2023 ປະເທດຊາດຈະມີການປ່ຽນແປງໃໝ່ຫຼາຍຢ່າງ, ຄະນະກຳມະບານແຕ່ລະຂັ້ນຕ້ອງມີການປຶກສາຫາລື, ປະຕິບັດບັນດາເປົ້າໝາຍ, ໜ້າທີ່ເປັນຢ່າງດີເພື່ອໃຫ້ສອດຄ່ອງກັບການນຳພາຂອງພັກ, ການພັດທະນາຂອງປະເທດຊາດ. ກອງປະຊຸມໃຫຍ່ດັ່ງກ່າວຄາດວ່າຈະດຳເນີນໃນລະຫວ່າງວັນທີ 26-29 ກັນຍາ, ທີ່ນະຄອນຫຼວງ ຮ່າໂນ້ຍ, ໂດຍມີການເຂົ້າຮ່ວມຂອງຜູ້ແທນສົມບູນ 950 ທ່ານ.
ທີ່ການເຮັດວຽກ, ບັນດາຜູ້ແທນໄດ້ປະກອບຄຳຄິດຄຳເຫັນ, ແລກປ່ຽນກ່ຽວກັບບົດລາຍງານຂອງຄະນະບໍລິຫານງານ ສະຫະພັນໃຫຍ່ແຮງງານຫວຽດນາມ ສະໄໝທີ XI ທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XII; ລະບຽບກຳມະບານຫວຽດນາມ ປັບປຸງ ຈຸດສຸມແມ່ນບັນດາບັນຫາ: ຫົວຂໍ້ຂອງບົດລາຍງານ, ບຸກຄະລາກອນ, ພາລະບົດບາດເປັນຜູ້ຕາງໜ້າຂອງກຳມະບານໃນການເບິ່ງແຍງ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ, ຊາວຜູ້ອອກແຮງງານ. 
 (ແຫຼ່ງຄັດຈາກ VOV)
 
 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top