ຂ່າວສານ
ກອງປະຊຸມໂຄສະນາເຜີຍແຜ່ ແລະ ເຊື່ອມຕໍ່ການສົ່ງອອກ ຜະລິດຕະພັນກະສິກຳ ໄປຍັງຕະຫຼາດຍີ່ປຸ່ນ ແລະ ສ ເກົາຫຼີ
ໃນກອງປະຊຸມ, ບັນດາຜູ້ແທນໄດ້ເຫັນດີວ່າ, ນອກຈາກ ຜົນສຳເລັດທີ່ໄດ້ຮັບ, ການສົ່ງອອກຜະລິດຕະພັນ ກະສິກຳ ແລະ ປ່າໄມ້ ຂອງ ຮ່າໂນ້ຍ ຍັງບໍ່ທັນສົມຄູ່ກັບທ່າແຮງ. ບັນດາບໍລິສັດ ຍັງພົບຄວາມຫຍຸ້ງຍາກ ໃນການຮັກສາ ຄຸນນະພາບໃຫ້ຄົງທີ່, ໂດຍສະເພາະສິນຄ້າ ທີ່ຕ້ອງການມາດຕະຖານ ຄວາມປອດໄພ ຂອງອາຫານ ສູງ, ເຊັ່ນ: ໝາກທຸລຽນ, ໝາກມັງກອນ ແລະ ຜັກໝາກໄມ້ສົດ. ສິນຄ້າຈຳນວນໜຶ່ງຍັງຖືກສົ່ງກັບຄືນ ເນື່ອງຈາກ ບໍ່ສາມາດຕອບສະໜອງໄດ້ ຕາມກົດລະບຽບ ກ່ຽວກັບການກັກກັນພະຍາດ ແລະ ຄວາມປອດໄພ ດ້ານສະບຽງອາຫານ ຂອງຕະຫຼາດສາກົນ...
ພະແນກກະສິກຳ ແລະ ສິ່ງແວດລ້ອມ ຮ່າໂນ້ຍ ຍັງພວມ ສ້າງແບບຢ່າງການຮ່ວມມື ລະຫວ່າງ ລັດ, ບໍລິສັດ, ຊາວກະສິກອນ. ອີງຕາມນັ້ນ, ລັດ ຈະສ້າງສະພາບແວດລ້ອມ ທາງດ້ານກົດໝາຍ ແລະ ສະໜັບສະໜູນການພັດທະນາ, ບໍລິສັດ ລົງທຶນ ແລະ ຮັບຊື້ຜະລິດຕະພັນທັງໝົດ, ສ່ວນ ຊາວກະສິກອນ ຜະລິດໃຫ້ໄດ້ຕາມມາດຕະຖານຄຸນນະພາບສູງ.
ການໝູນໃຊ້ ເຕັກໂນໂລຊີດີຈີຕອນ, ປັນຍາປະດິດ (AI), ລະບົບ ຕິດຕາມແຫຼ່ງກຳເນີດ ແລະ ປື້ມບັນທຶກເອເລັກໂຕຣນິກ ຈະຊ່ວຍ ໃນການຄຸ້ມຄອງ ຕະຫຼອດຂະບວນການຜະລິດ ແລະ ການສົ່ງອອກ ໄດ້ຢ່າງມີປະສິດທິຜົນ ແລະ ໂປ່ງໃສ.
ຮ່າໂນ້ຍ ຍັງເອົາໃຈໃສ່ພັດທະນາ ກະສິກຳສີຂຽວ, ກະສິກຳໝູນວຽນ, ຫຼຸດຜ່ອນການປ່ອຍອາຍພິດ ແລະ ການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ເພື່ອເພີ່ມມູນຄ່າເພີ່ມ ແລະ ຕອບສະໜອງຄວາມຕ້ອງການ ຂອງຕະຫຼາດ. ຜະລິດຕະພັນກະສິກຳໄດ້ຖືກເຊື່ອມຕໍ່ກັບ ຊ່ອງທາງການຈຳໜ່າຍທີ່ທັນສະໄໝ ເຊັ່ນ: ສັບພະສິນຄ້າ, ຕະຫຼາດການຄ້າເອເລັກໂຕຣນິກ, ຮ້ານຂາຍອາຫານສະອາດ, ໂຮງແຮມ, ຮ້ານອາຫານ, ພ້ອມທັງຂະຫຍາຍ ການສົ່ງອອກ ໄປຕ່າງປະເທດ.
ຍີ່ປຸ່ນ ແລະ ສ ເກົາຫຼີ ໄດ້ຖືກກຳນົດເປັນ ຕະຫຼາດຈຸດສຸມ ສຳລັບ ຜະລິດຕະພັນກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ ຄຸນນະພາບສູງ ຫຼາຍຊະນິດຂອງ ຫວຽດນາມ.
ປັດຈຸບັນ, ໃນເຂດຕົວເມືອງ ຮ່າໂນ້ຍ ມີປະມານ 38 ບໍລິສັດ ສົ່ງອອກໄປຍັງສອງຕະຫຼາດນີ້, ສ່ວນໃຫຍ່ແມ່ນ ກາເຟ, ຊາ, ແຄ່, ໝາກໄມ້, ເຫັດຫູໜູ, ເຫັດຫອມ, ຜັກສົດ, ຜັກປຸງແຕ່ງແຊ່ແຂງ...
ກ່າວຄຳເຫັນໃນກອງປະຊຸມ, ທ່ານ ຕ້າວັນເຕື່ອງ, ຮອງຫົວໜ້າ ພະແນກກະສິກຳ ແລະ ສິ່ງແວດລ້ອມ ຮ່າໂນ້ຍ, ໄດ້ແຈ້ງ ໃຫ້ຊາບວ່າ: ນະຄອນໄດ້ ແລະ ພວມພັດທະນາເຂດຜະລິດ ກະສິກຳລວມສູນ ຢ່າງເຂັ້ມຂຸ້ນ ຕິດພັນກັບເຂດວັດຖຸດິບ ທີ່ມີຂະໜາດໃຫຍ່, ໄດ້ຮັບການຄຸ້ມຄອງຢ່າງເຂັ້ມງວດ ແລະ ເຊື່ອມຕໍ່ ທຸກພາກສ່ວນ ໃນລະບົບຕ່ອງໂສ້, ນັບແຕ່ການເກັບກຳ, ການຮັກສາ, ການປຸງແຕ່ງ ຈົນເຖິງການບໍລິໂພກ ແລະ ການສົ່ງອອກ.
ບາງບໍລິສັດຕົວແບບ: ບໍລິສັດ ຜະລິດ ການຄ້າ ແລະ ການນຳເຂົ້າ-ສົ່ງອອກ ເຢືອງກຽນ ຈຳກັດ ສົ່ງອອກເຫັດຫູໜູ, ເຫັດຫອມ ໄປຍັງຍີ່ປຸ່ນ; ບໍລິສັດ ພັດທະນາກະສິກຳ ແລະ ການໃຫ້ຄຳປຶກສາດ້ານສິ່ງແວດລ້ອມ ຈຳກັດ ສົ່ງອອກໝາກເຜັດແຊ່ແຂງ ໄປຍັງ ສເກົາຫຼີ; ບໍລິສັດ ໜຶ່ງສະມາຊິກ ນຳເຂົ້າ-ສົ່ງອອກ ແລະ ການພັດທະນາເຕັກໂນໂລຊີຍີ່ປຸ່ນ ຈຳກັດ ສົ່ງອອກກະທຽມດຳ ໄປຍັງ ສ ເກົາຫຼີ; ບໍລິສັດຫຸ້ນສ່ວນ ກຸ່ມບໍລິສັດ ມິນຕ໋ຽນ ສົ່ງອອກກາເຟ ໄປຍັງຍີ່ປຸ່ນ.
ຮ່າໂນ້ຍ ຍັງ ຊຸກຍູ້ການສົມທົບກັບບັນດາແຂວງ, ນະຄອນ ເພື່ອ ຮັບປະກັນຄວາມປອດໄພດ້ານສະບຽງອາຫານ, ຍົກສູງ ຄຸນນະພາບຂອງຜະລິດຕະພັນກະສິກຳ, ປ່າໄມ້, ສິນໃນນ້ຳ, ເຊື່ອມຕໍ່ເຂດວັດຖຸດິບ, ບໍລິການໃຫ້ແກ່ບັນດາບໍລິສັດສົ່ງອອກ.
ນະຄອນເອົາໃຈໃສ່ສົ່ງເສີມການສົ່ງອອກ ຜະລິດຕະພັນ ປຸງແຕ່ງເລິກ, ທີ່ມີທ່າແຮງ ໃນການຜະລິດ, ຕອບສະໜອງ ມາດຕະຖານຄຸນນະພາບ, ຄວາມປອດໄພດ້ານສະບຽງອາຫານ, ຕິດຕາມແຫຼ່ງກຳເນີດ, ມາດຕະຖານຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ.
ນອກຈາກນີ້, ບັນດາກິດຈະກຳການເຊື່ອມຕໍ່ການຄ້າ, ການຈັດຕັ້ງ ຄະນະສຶກສາ, ແລກປ່ຽນບົດຮຽນ ແລະ ໂຄສະນາເຜີຍແຜ່ ຜະລິດຕະພັນ ທີ່ເປັນຈຸດເດັ່ນ ຂອງ ຮ່າໂນ້ຍ, ບັນດາແຂວງ, ນະຄອນ, ຜະລິດຕະພັນ OCOP ອອກສູ່ ຕະຫຼາດ ຕ່າງປະເທດ ກໍ່ໄດ້ຮັບການຊຸກຍູ້.
ຮ່າໂນ້ຍ ຄາດຫວັງວ່າຈະຂະຫຍາຍສ່ວນແບ່ງຕະຫຼາດ ຜະລິດຕະພັນກະສິກຳທີ່ຍີ່ປຸ່ນ, ສ ເກົາຫຼີ, ພ້ອມທັງເພີ່ມມູນຄ່າ ການສົ່ງອອກ, ປະກອບສ່ວນ ເຂົ້າໃນ ການຮັບປະກັນ ຄວາມໝັ້ນຄົງ ທາງດ້ານສະບຽງອາຫານ ແລະ ສະຖຽນລະພາບເສດຖະກິດມະຫາພາກ.










