• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສໍາມະນາ “ພຸດທະສາສະໜາຫວຽດນາມ ຢູ່ລາວ”

      ຕອນເຊົ້າວັນທີ 9 ທັນວາ ຢູ່ນະຄອນຫຼວງວຽງຈັນ ໄດ້ດໍາເນີນກອງປະຊຸມສໍາມະນາ ວິທະຍາສາດສາກົນ ດ້ວຍຫົວຂໍ້ ພຸດທະສາສະໜາຫວຽດນາມ ຢູ່ລາວ: ປະຫວັດຄວາເປັນມາ, ສະພາບຕົວຈິງ ແລະ ການກໍານົດທິດພັດທະນາ”. 

ກອງປະຊຸມສໍາມະນາ ວິທະຍາສາດສາກົນ ດ້ວຍຫົວຂໍ້ “ພຸດທະສາສະໜາຫວຽດນາມ ຢູ່ລາວ: ປະຫວັດຄວາເປັນມາ,
ສະພາບຕົວຈິງ ແລະ ການກໍານົດທິດພັດທະນາ” 
      ກອງປະຊຸມສໍາມະນາເພື່ອແນໃສ່ເຮັດແຈ້ງກ່ຽວກັບການສ້າງຕັ້ງ, ຂະຫຍາຍຕົວ ແລະ ສະພາບຕົວຈິງຂອງພຸດທະສາສະໜາຫວຽດນາມ ຢູ່ລາວ, ບັນດາການປະກອບສ່ວນຂອງພຸດທະສາສະໜາຫວຽດນາມ ຢູ່ລາວ ທີ່ມີຕໍ່ວົງຄະນະຍາດຊາວຫວຽດນາມ ອາໄສຢູ່ ລາວ ກໍຄືທີ່ມີຕໍ່ການສ້າງສາ ແລະ ພັດທະນາປະເທດລາວ, ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບແບບພິເສດລະຫວ່າງຫວຽດນາມ ແລະ ລາວ. ພະມະຫາອາຈານ ທິກບ໋າວງຽມ, ຮອງປະທານສະພາບໍລິຫານງານສູນກາງສະມາຄົມພຸດທະສາສະໜາຫວຽດນາມ ໃຫ້ຮູ້ວ່່າ:
        “ກອງປະຊຸມສໍາມະນາຄັ້ງນີ້ ແມ່ນເພື່ອຄົ້ນຄວ້າການຂະຫຍາຍຕົວຂອງພຸດທະສາສະໜາຫວຽດນາມ ຢູ່ລາວ. ຈາກນັ້ນ, ກໍານົດທິດໃຫ້ແກ່ສາຍພົວພັນມິດຕະພາບລະຫວ່າງພຸດທະສາສະໜາຂອງສອງປະເທດ. ພ້ອມກັນນັ້ນກໍສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ ແລະ ລັດຖະບານ ທີ່ມີຕໍ່ຄວາມຕ້ອງການທາງດ້ານການເຫຼື້ອມໃສສາສະໜາ, ຄວາມຕ້ອງການໃນການບວດຂອງຊາວຫວຽດນາມ ຢູ່ຕ່າງປະເທດ, ທັງນີ້ກໍເປັນການຊ່ວຍເຫຼືອຊາວຫວຽດນາມ ອາໄສຢູ່ຕ່າງປະເທດສ້າງການດໍາລົງຊີວິດເປັນປົກກະຕິ ແລະ ມີຄວາມເຊື່ອໝັ້ນຕໍ່ການເຫຼື້ອມໃສສາສະໜາຢູ່ປະເທດລາວ”.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top