• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສົ່ງເສີມການລົງທຶນແຂວງ ດັກລັກ 2019

ຕອນເຊົ້າວັນທີ 10 ມີນາ, ທີ່ແຂວງ ດັກລັກ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີງ ໄດ້ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມສົ່ງເສີມການລົງທຶນແຂວງ ດັກລັກ 2019.

ກອງປະຊຸມສົ່ງເສີມການລົງທຶນແຂວງ ດັກລັກ 2019 

ແຂວງ ດັກລັກ ຊຶ່ງແມ່ນແຂວງທີ່ມີຄວາມສາມາດບົ່ມຊ້ອນການພັດທະນາຫລາຍຢ່າງ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ຖືວ່າ: ອົງຄະນະພັກ, ອຳນາດການປົກຄອງແຂວງຄວນສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ - ດຳເນີນທຸລະກິດ, ຍົກສູງລັກສະນະປະດິດຄິດສ້າງ, ສົ່ງເສີມການເລີ່ມຕົ້ນທຸລະກິດ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ກ່າວວ່າ:

        ລັດຖະບານຈະສຸມໃສ່ຊີ້ນຳບັນດາກະຊວງ, ຂະແໜງການສ້າງລະບອບລະບຽບການກົດໝາຍ, ບໍລິຫານໃຫ້ສົມບູນແບບ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ສ້າງທຸກຄວາມສະດວກໃຫ້ແກ່ວິສາຫະກິດ, ປະຊາຊົນພັດທະນາການຜະລິດດຳເນີນທຸລະກິດ.

        ແລະກໍ່ໃນຕອນຄ່ຳວັນທີ 09 ມີນາ, ຢູ່ນະຄອນ ບວນມາທວດ, ແຂວງ ດັກລັກ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ໄດ້ເຂົ້າຮ່ວມງານບຸນ ກາເຟ ບວນມາທວດ ຄັ້ງທີ 7 ປີ 2019. ເນື່ອງໃນໂອກາດງານບຸນກາເຟຄັ້ງນີ້, ແຂວງ ດັກລັກ ໄດ້ຕ້ອນຮັບແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມເປັນຈຳນວນຫລວງຫລາຍ. ສິ່ງດັ່ງກ່າວ ໄດ້ປະກອບສ່ວນໂຄສະນາຄຸນຄ່າຂອງ ກາເຟ ບວນມາທວດ ອອກສູ່ໂລກ.

(ແຫຼ່ງຄັດຈາກ VOV)
 


ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top