ແຂວງ ດັກລັກ ຊຶ່ງແມ່ນແຂວງທີ່ມີຄວາມສາມາດບົ່ມຊ້ອນການພັດທະນາຫລາຍຢ່າງ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ຖືວ່າ: ອົງຄະນະພັກ, ອຳນາດການປົກຄອງແຂວງຄວນສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ - ດຳເນີນທຸລະກິດ, ຍົກສູງລັກສະນະປະດິດຄິດສ້າງ, ສົ່ງເສີມການເລີ່ມຕົ້ນທຸລະກິດ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ກ່າວວ່າ:
ລັດຖະບານຈະສຸມໃສ່ຊີ້ນຳບັນດາກະຊວງ, ຂະແໜງການສ້າງລະບອບລະບຽບການກົດໝາຍ, ບໍລິຫານໃຫ້ສົມບູນແບບ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ສ້າງທຸກຄວາມສະດວກໃຫ້ແກ່ວິສາຫະກິດ, ປະຊາຊົນພັດທະນາການຜະລິດດຳເນີນທຸລະກິດ.
ແລະກໍ່ໃນຕອນຄ່ຳວັນທີ 09 ມີນາ, ຢູ່ນະຄອນ ບວນມາທວດ, ແຂວງ ດັກລັກ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ໄດ້ເຂົ້າຮ່ວມງານບຸນ ກາເຟ ບວນມາທວດ ຄັ້ງທີ 7 ປີ 2019. ເນື່ອງໃນໂອກາດງານບຸນກາເຟຄັ້ງນີ້, ແຂວງ ດັກລັກ ໄດ້ຕ້ອນຮັບແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມເປັນຈຳນວນຫລວງຫລາຍ. ສິ່ງດັ່ງກ່າວ ໄດ້ປະກອບສ່ວນໂຄສະນາຄຸນຄ່າຂອງ ກາເຟ ບວນມາທວດ ອອກສູ່ໂລກ.

(ແຫຼ່ງຄັດຈາກ VOV)