• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35: ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ + 3 ຄັ້ງທີ 22,ກອງປະຊຸມສຸດຍອດ ອາຊຽນ - ອາເມລິກາຄັ້ງທີ 7

ໂດຍສືບຕໍ່່ລາຍການເຮັດວຽກຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35  ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 4 ພະຈິກ, ຢູ່ປະເທດໄທ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ  + 3 ລະຫວ່າງ ອາຊຽນ ກັບ ຈີນ, ຍີ່ປຸ່ນ ແລະ  ສ.ເກົາຫຼີ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກພ້ອມດ້ວຍການນໍາບັນດາປະເທດ ອາຊຽນ (ພາບ: VGP)

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕີລາຄາສູງຕໍ່ຄວາມສໍາຄັນຂອງກອງປະຊຸມ ອາຊຽນ + 3, ຂອບເຂດການຮ່ວມມືຢ່າງຂະຫຍັນຂັນເຄື່ອນໄທີ່ສຸດ ລະຫວ່າງ ອາຊຽນ ກັບ ບັນດາຄູ່ຮ່ວມມື, ກໍາລັງໜູນສໍາຄັນໃຫ້ແກ່ການເຕີບໂຕເສດຖະກິດຂອງພາກພື້ນ ແລະ ທົ່ວໂລກ. ທ່ານຖືວ່າ ໃນສະພາບການໂລກ ແລະ ພາກພື້ນ ພວມສັບສົນຄືແນວນີ້, ບັນດາປະເທດ ອາຊຽນ + 3 ກໍຢືນຢູ່ຕໍ່ໜ້າສິ່ງທ້າທາຍຫຼາຍຢ່າງ ດັ່ງນັ້ນ ຕ້ອງຮ່ວມມືກັນຮັກສາ ແລະ ຊຸກຍູ້ບັນດາການຮ່ວມມືຫຼາຍຝ່າຍ, ຫັນເປັນການຄ້າເສລີ, ເຊື່ອມຕໍ່ ແລະ ຍົກສູງກໍາລັງຄວາມສາມາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕໍ່ໜ້າບັນດາຜົນກະທົບຈາກພາຍນອກ.

        ທ່ານ ຫງວຽນຊວັນຟຸກ ສະເໜີ ຍູ້ແຮງການຮ່ວມມືດ້ານເສດຖະກິດ-ການເງິນ, ເພີ່ມທະວີປະສິດທິຜົນ ແລະ ກຽມພ້ອມຫັນບັນດາບັດບັນທຶກຊ່ວຍຈໍາຫຼາຍຝ່າຍ ເປັນຂໍ້ລິເລີ່ມ ຊຽງໃໝ່ (CMIM) ສໍາລັບບັນດາກໍລະນີສັນນິຖານເກີດວິກິດການ ແລະ ສະກັດກັ້ນສະພາບວິກິດການ; ຍົກສູງກໍາລັງຄວາມສາມາດໃຫ້ແກ່ຫ້ອງການຄົ້ນຄວ້າເສດຖະກິດມະຫາພາກ (AMRO) ເພື່ອນໍາບັນດາຂໍ້ສະເໜີແນະກ່ຽວກັບນະໂຍບາຍທີ່ຈໍາເປັນ.

        ສິ້ນສຸດກອງປະຊຸມ, ບັນດາປະເທດ ໄດ້ເຫັນດີຮັບຮອງເອົາຖະແຫຼງການຂອງບັນດາການນໍາ ອາຊຽນ + 3 ກ່ຽວກັບ ຂໍ້ລິເລີ່ມເຊື່ອມຕໍ່; ສ້າງຕັ້ງເວັບໄຊກ່ຽວກັບ ອາຊຽນ + 3 ເພື່ອເພີ່ມທະວີຄວາມເຂົ້າໃຈ ແລະ ຊຸກຍູ້ໄມຕີຈິດມິດຕະພາບລະຫວ່າງປະຊາຊົນບັນດາປະເທດໃນພາກພື້ນ. 

      ແລະ ກໍໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ກອງປະຊຸມສຸດຍອດ ອາຊຽນ - ອາເມລິກາຄັ້ງທີ 7. ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ Robert O’Brien ໄດ້ ຮັບການມອບສິດຈາກປະທານາທິບໍດີ ອາເມລິກາ ເຂົ້າຮ່ວມກອງປະຊຸມ.

       ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຊົມເຊີຍບັນດາຄຳໝັ້ນໝາຍຂອງອາເມລິກາກັບອາຊຽນ ແລະ ຫວັງວ່າ ອາເມລິກາ ສະແດງຄວາມຮັບຜິດຊອບ, ສະໜັບສະໜູນບົດບາດເປັນໃຈກາງຂອງອາຊຽນໃນການສ້າງໂຄງປະກອບພາກພື້ນໃຫ້ເປັນຮູບປະທຳ ໂດຍອີງໃສ່ກົດໝາຍສາກົນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງທະເລຕາເວັນອອກ, ຄວາມຮັບຜິດຊອບຂອງບັນດາປະເທດທີ່ມີຕໍ່ເສັ້ນທາງທະເລທີ່ສຳຄັນຂອງໂລກ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຢ້ຳຄືນຫຼັກໝັ້ນຫຼັກການຂອງອາຊຽນກ່ຽວກັບທະເລຕາເວັນອອກຊຶ່ງໄດ້ຮັບການຢືນຢັນຈາກບັນດາລັດຖະມົນຕີການຕ່າງປະເທດ ອາຊຽນໃນເດືອນກໍລະກົດທີ່ຜ່ານມາ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢືນຢັນ ບັນດາປະເທດຕ້ອງມີຄວາມຮັບຜິດຊອບໃນການຮັກສາສັນຕິພາບ, ສະຖຽນລະພາບ, ພ້ອມກັນກໍ່ສ້າງເຂດທະເລຕາເວັນອອກແຫ່ງສັນຕິພາບ, ຮ່ວມມື ແລະ ພັດທະນາຢ່າງວັດທະນາຖາວອນ.

       ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS).

(ແຫຼ່ງຄັດຈາກ VOV)

ສື່ມວນຊົນ ໄທ ເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ສື່ມວນຊົນ ໄທ ເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ໜັງສືພິມ The Nation ໄດ້ສຸມໃສ່ຄວາມໝາຍຂອງການຢ້ຽມຢາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຄັ້ງການພົວພັນທາງການທູດ ລະຫວ່າງ ໄທ ແລະ ຫວຽດນາມ

Top