ຕາມກົມຄຸນນະພາບ, ການປຸງແຕ່ງ ແລະ ພັດທະນາຕະຫຼາດແລ້ວ, ກອງປະຊຸມເພື່ອແນໃສ່ຍົກສູງຄວາມຮັບຮູ້ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ, ປ່ຽນແປງພຶດຕິກຳ, ຮີດຄອງປະເພນີໃນການຜະລິດ, ດຳເນີນທຸລະກິດ, ການກິນດື່ມທີ່ລ້າສະໄໝເພື່ອປົກປ້ອງສຸຂະພາບ ແລະ ຊີວິດຂອງມະນຸດ. ພ້ອມກັນນັ້ນ, ປັບປຸງຈັນຍາບັນການດຳເນີນທຸລະກິດ, ຄວາມຮັບຜິດຊອບຂອງ ບັນດາອົງການ ແລະ ບຸກຄົນທີ່ຜະລິດ, ເຮັດທຸລະກິດ ກັບສຸຂະພາບ ແລະ ຊີວິດການເປັນຢູ່ຂອງຜູ້ບໍລິໂພກສະບຽງອາຫານ. ທີ່ກອງປະຊຸມສຳມະນາ, ທ່ານ ບຸ່ຍງອກກຸຍ, ຫົວໜ້າພະແນກປະຊາຄົມສັງຄົມ (ຄະນະໂຄສະນາສູນກາງ) ໄດ້ແບ່ງປັນວ່າ, ການຮັບປະກັນຄວາມປອດໄພດ້ານສະບຽງອາຫານ ແມ່ນບັນຫາສຳຄັນ ແລະ ເປັນບັນຫາຮີບດ່ວນ ແລະ ຍາວນານ ຍ້ອນໄດ້ສົ່ງຜົນສະທ້ອນເຖິງ ສຸຂະພາບຂອງປະຊາຊົນ.
“ການລະເມີດກົດລະບຽບກ່ຽວກັບຄຸນນະພາບ ແລະ ຄວາມປອດໄພດ້ານສະບຽງອາຫານໃນການເກັບຮັກສາ ອາຫານ, ການປຸງແຕ່ງ ແລະ ການປຸງແຕ່ງເບື້ອງຕົ້ນ ແມ່ນຍັງແຜ່ລາມ, ເຊິ່ງໄດ້ສົ່ງຜົນກະທົບຕໍ່ສຸຂະພາບ ຂອງປະຊາຊົນຢ່າງຮ້າຍແຮງ. ສາເຫດທີ່ພາໃຫ້ເກີດ ສະພາບການຂ້າງເທິງນັ້ນ ແມ່ນໂຮງງານຜະລິດ ແລະ ປຸງແຕ່ງສະບຽງອາຫານ ສ່ວນໃຫຍ່ແມ່ນມີຂະໜາດນ້ອຍ ແລະ ຕາມລະດູການ. ຄຽງຄູ່ກັບນັ້ນ, ຄວາມຮັບຮູ້ ແລະ ນິໄສການຜະລິດກະສິກຳຍັງຂາດເຂີນ, ນິໄສການນຳໃຊ້ ສະບຽງອາຫານບໍ່ໄດ້ຮັບການຮັບປະກັນ”, ທ່ານ ບຸ່ຍງອກກຸຍ ໃຫ້ຮູ້ຄືແນວນັ້ນ ແລະ ເວົ້າຕື່ມອີກວ່າ ແຕ່ຄວາມຮັບຮູ້ ແລະ ຄວາມຮັບຜິດຊອບຂອງຜູ້ຜະລິດ ຕໍ່ການຜະລິດ, ເຮັດທຸລະກິດ, ແລະ ຜູ້ບໍລິໂພກກ່ຽວກັບການຮັບປະກັນ ຄວາມປອດໄພດ້ານສະບຽງອາຫານແມ່ນ ຍັງຈໍາກັດ. ໂດຍສະເພາະແມ່ນບາງສະຖານທີ່ຜະລິດ, ປຸງແຕ່ງ ແລະ ການຄ້າສະບຽງອາຫານເພື່ອຫາກຳໄລ ໄດ້ສ້າງບັນດາຜະລິດຕະພັນທີ່ບໍ່ປອດໄພ. ຕ້ອງມີຍຸດທະສາດການສຶກສາ, ສື່ສານ, ວັດທະນະທຳຄວາມປອດໄພດ້ານສະບຽງອາຫານ.
ເພື່ອແກ້ໄຂບັນຫາທີ່ກ່າວມານີ້, ທ່ານ ຫງວຽນເຍືຕຽບ ຖືວ່າ, ຕ້ອງປັບປຸງນະໂຍບາຍກົດໝາຍ. ໃນນັ້ນ, ໄດ້ໃຫ້ບຸລິມະສິດໃຫ້ແກ່ການສ້າງກົດລະບຽບ ແລະ ແນວທາງປະຕິບັດໃນການສ້າງວັດທະນະທຳຄວາມປອດໄພດ້ານສະບຽງອາຫານໃນທຸກຂັ້ນ. ພ້ອມກັນນັ້ນ, ຕ້ອງຜັນຂະຫຍາຍຍຸດທະສາດການສຶກສາ, ສື່ສານ, ກໍ່ສ້າງວັດທະນະທຳຄວາມປອດໄພດ້ານສະບຽງອາຫານຮອດປີ 2030 ໂດຍໄວ, ແລະ ຜັນຂະຫຍາຍບັນດາຂະບວນການພິເສດປະຈຳປີ ກ່ຽວກັບການສຶກສາ ແລະ ສື່ສານກ່ຽວກັບຄວາມປອດໄພດ້ານສະບຽງ ອາຫານ.
ທີ່ກອງປະຊຸມສຳມະນາ, ຜູ້ຕາງໜ້າບັນດາອົງການ, ຂະແໜງການ ແລະ ວິສາຫະກິດຍັງໄດ້ສະເໜີບົດລາຍງານ ແລະ ປຶກສາຫາລືກ່ຽວກັບການສຶກສາ, ສື່ສານ, ວັດທະນະທຳ ຄວາມປອດໄພດ້ານສະບຽງອານຫານ ໃນການຜະລິດກະສິກຳ - ປ່າໄມ້ - ການປະມົງ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ. ຜູ້ຊ່ຽວຊານ ການາດາ ກໍ່ແບ່ງປັນບັນດາປະສົບການສາກົນ ກ່ຽວກັບການສຶກສາ, ສື່ສານ ແລະ ວັດທະນະທຳຄວາມປອດໄພດ້ານສະບຽງອາຫານ ເພື່ອປະກອບສ່ວນຍົກສູງຄຸນນະພາບການສຶກສາ, ຍົກສູງປະສິດທິຜົນການສຶກສາ ແລະ ສື່ສານຄວາມປອດໄພດ້ານສະບຽງອາຫານຢູ່ ຫວຽດນາມ.
ໂຄງການຄວາມປອດໄພດ້ານສະບຽງອາຫານເພື່ອການພັດທະນາ (SAFEGRO) ແມ່ນໄດ້ຮັບການສະໜັບສະໜູນຈາກລັດຖະບານ ການາດາ ດ້ວຍທຶນຊ່ວຍເຫຼືອລ້າ 15 ລ້ານໂດລາສະຫະລັດ. SAFEGRO ມຸ່ງໄປເຖິງບັນດາ ມາດຕະການແກ້ໄຂເພື່ອປັບປຸງການເຂົ້າເຖິງຂອງຊາວ ຫວຽດນາມ ໃນການເຂົ້າເຖິງບັນດາຜະລິດຕະພັນ ກະເສດທີ່ປອດໄພ, ລາຄາຖືກ ແລະ ມີຄວາມສາມາດ ແກ່ງແຍ້ງ, ຜ່ານນັ້ນຊ່ວຍປັບປຸງຊີວິດການເປັນຢູ່ຂອງຜູ້ບໍລິໂພກ ຫວຽດນາມ. SAFEGRO ຍັງສະໜັບສະໜູນການພັດທະນາ ແລະ ການບັງຄັບໃຊ້ກົດລະບຽບກ່ຽວກັບຄວາມປອດໄພດ້ານ ສະບຽງ ອາຫານ ທີ່ອີງໃສ່ວິທະຍາສາດ ແລະ ວິທີການ ເຂົ້າເຖິງທີ່ອີງໃສ່ ຄວາມສ່ຽງ, ພ້ອມກັນນັ້ນ ກໍ່ມຸ່ງໄປເຖິງ ການຍົກສູງຄວາມຮັບຮູ້ ດ້ານຄວາມປອດໄພດ້ານສະບຽງ ອາຫານ ໃຫ້ແກ່ຜູ້ບໍລິໂພກ ແລະ ຊຸກຍູ້ການປ່ຽນແປງ, ເພິ່ມທະວີຄວາມຕ້ອງການນຳໃຊ້ຜະລິດຕະພັນກະເສດ ປອດສານຜິດ, ລາຄາເໝາະສົມຢູ່ ຫວຽດນາມ.
ປະຕິບັດ: ຮວ່າງຮ່າ, ທຸຈາງ ແລະ ມິນເຮົ້າ










