• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສາກົນກ່ຽວກັບການ “ເພີ່ມທະວີບົດບາດຂອງແມ່ຍິງໃນການສ້າງແລະປັບປຸງສັນຕິພາບ”

ຫວຽດນາມ ຈະຈັດກອງປະຊຸມສາກົນກ່ຽວກັບການ “ເພີ່ມທະວີບົດບາດຂອງແມ່ຍິງໃນການສ້າງແລະປັບປຸງສັນຕິພາບ: ຈາກຄຳໝັ້ນສັນຍາເຖິງໝາກຜົນ”.


ຫວຽດນາມ ຈະຈັດກອງປະຊຸມສາກົນກ່ຽວກັບການ “ເພີ່ມທະວີບົດບາດຂອງແມ່ຍິງໃນການສ້າງແລະປັບປຸງສັນຕິພາບ: ຈາກຄຳໝັ້ນສັນຍາເຖິງໝາກຜົນ”

(ພາບປະກອບ)


ໃນລະຫວ່າງວັນທີ 07 – 09 ທັນວາ, ຢູ່ຮ່າໂນ້ຍ, ຫວຽດນາມ ຈະຈັດກອງປະຊຸມສາກົນກ່ຽວກັບການ “ເພີ່ມທະວີບົດບາດຂອງແມ່ຍິງໃນການສ້າງແລະປັບປຸງສັນຕິພາບ: ຈາກຄຳໝັ້ນສັນຍາເຖິງໝາກຜົນ”. ເຂົ້າຮ່ວມກອງປະຊຸມມີຜູ້ແທນສາກົນປະມານ 150 – 200 ທ່ານ, ໃນນັ້ນມີຮອງເລຂາທິການໃຫຍ່ 3 ທ່ານ ແລະ ເຈົ້າໜ້າທີ່ຂັ້ນສູງຂອງສະຫະປະຊາຊາດ, ຜູ້ຕາງໜ້າບັນດາປະເທດສະມາຊິກສະຫະປະຊາຊາດຫຼາຍທ່ານ. ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ຈະເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ. ກອງປະຊຸມນີ້ຖືກຈັດຂຶ້ນແມ່ນເພື່ອແນໃສ່ສຳຫຼວດກວດຄືນໄລຍະ 20 ປີແຫ່ງການປະຕິບັດມະຕິເລກທີ 1325 ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ, ປຶກສາຫາລືບັນດາໝາກຜົນທີ່ບັນລຸໄດ້ ກໍຄືບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ. ບົນພື້ນຖານນັ້ນ, ສະເໜີທິດທາງສົມທົບກັບນະໂຍບາຍ ແລະ ການກະທຳຂອງປະຊາຄົມສາກົນໃນໄລຍະຈະມາເຖິງ.
(ແຫຼ່ງຄັດຈາກ VOV)

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເຈິ່ນແທັງເໝິນ ໃຫ້ຮູ້ວ່າ ຊຸມປີຜ່ານມາ, ການຈັດຕັ້ງການຕຳໜິຕິຊົມຕາມແຕ່ລະກຸ່ມ, ສົມທົບກັບການປະກອບຄຳເຫັນລວມ ບັນລຸປະສິດທິຜົນສູງ.

Top