• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະໄໝສາມັນເທື່ອ 2 ສະພາແຫ່ງຊາດຊຸດທີ XV ຈະດຳເນີນແບບທາງໄກສົມທົບກັບໂດຍກົງ

      ສະພາບການລວມຂອງສະພາແຫ່ງຊາດ ແມ່ນຮ່ວມເດີນທາງພ້ອມກັບທົ່ວປະເທດປ້ອງກັນ, ຕ້ານໂລກລະບາດ, ດັ່ງນັ້ນ, ຈຶ່ງສະເໜີຕໍ່ສະພາແຫ່ງຊາດເຮັດວຽກໃນມື້ວັນອາທິດໝົດມື້ ເພື່ອຫຼຸດຜ່ອນເວລາເຮັດວຽກລົງ 3 ວັນ ເພື່ອສະຫງວນເວລາກະກຽມໃຫ້ແກ່ກອງປະຊຸມຫົວເລື່ອງສະເພາະໃນທ້າຍອາທິດ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ການກອງປະຊມ (ພາບ: daibieunhandan.vn)
      ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມຄັ້ງທີ 4, ຕອນເຊົ້າວັນທີ 13 ຕຸລາ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ວຽກງານກະກຽມກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຊຸດທີ XV. ທີ່ວາລະປະຊຸມ, ຄະນະປະຈຳສະພາແຫ່ງຊາດ ໄດ້ເຫັນດີເປັນເອກະພາບເລືອກວິທີດຳເນີນກອງປະຊຸມຕາມຮູບແບບທາງໄກສົມທົບກັບ ໂດຍກົງ, ເຊິ່ງຈະດຳເນີນພາຍໃນເວລາ 17 ວັນ ແລະ ແບ່ງເປັນ 2 ໄລຍະ.
        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ເນັ້ນໜັກວ່າ ສະພາບການລວມຂອງສະພາແຫ່ງຊາດ ແມ່ນຮ່ວມເດີນທາງພ້ອມກັບທົ່ວປະເທດປ້ອງກັນ, ຕ້ານໂລກລະບາດ, ດັ່ງນັ້ນ, ຈຶ່ງສະເໜີຕໍ່ສະພາແຫ່ງຊາດເຮັດວຽກໃນມື້ວັນອາທິດໝົດມື້ ເພື່ອຫຼຸດຜ່ອນເວລາເຮັດວຽກລົງ 3 ວັນ ເພື່ອສະຫງວນເວລາກະກຽມໃຫ້ແກ່ກອງປະຊຸມຫົວເລື່ອງສະເພາະໃນທ້າຍອາທິດ.
        ກ່ຽວກັບວຽກງານກໍ່ສ້າງກົດໝາຍ, ໃນກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຈະພິຈາລະນາເພື່ອຮັບຮອງເອົາຮ່າງກົດໝາຍ 02 ສະບັບ, ຮ່າງມະຕິ 05 ສະບັບ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍ 5 ສະບັບ. ສິ່ງທີ່ໜ້າສົນໃຈແມ່ນ ສະພາແຫ່ງຊາດຈະປະກອບຄໍາເຫັນໃສ່ບົດລາຍງານກ່ຽວກັບການປະເມີນຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ຂຶ້ນແຜນງົບປະມານແຫ່ງລັດ ປີ 2021, ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top