• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ສືບຕໍ່ເຮັດວຽ

ໃນແງ່ມູມ 2 ຝ່າຍ, ຫວຽດນາມ ແລະ ອັງກິດ ມີການພົວພັນ FTA 2 ຝ່າຍ. ເລື່ອງ ອັງກິດ ເຂົ້າເປັນສະມາຊິກ CPTPP ຈະປະກອບສ່ວນປັບປຸງບົດບາດຂອງ ຫວຽດນາມ ສຳລັບ ອັງກິດ ຢູ່ພາກພື້ນນີ້
(ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ )

ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 08 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດໃບສະເໜີກ່ຽວກັບການໃຫ້ສັດຕະຍາບັນເອກະສານຂໍເຂົ້າເປັນສະມາຊິກສັນຍາຄູ່ຮ່ວມມືຮອບດ້ານຂ້າມປາຊີຟິກ (CPTPP) ຂອງລາຊະອານາຈັກອັງກິດ ແລະ ອຽກລັງເໜືອ.

ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໃຫ້ຮູ້ວ່າ, ວັນທີ 01 ກຸພາ 2021, ລາຊະອານາຈັກ ອັງກິດ ໄດ້ສົ່ງໃບຂໍເຂົ້າເປັນສະມາຊິກ CPTPP. ວັນທີ 16 ມິຖຸນາ ປີ 2023, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ພ້ອມກັບລັດຖະມົນຕີບັນດາປະເທດ CPTPP ແລະ ລາຊະອານາຈັກ ອັງກິດ ໄດ້ລົງນາມໃນເອກະສານເຂົ້າເປັນສະມາຊິກ CPTPP ຂອງ ອັງກິດ, ນຳປະເທດນີ້ກາຍເປັນສະມາຊິກລົງນາມທີ 12 ຂອງສັນຍາ.

ຕີລາຄາຜົນກະທົບຂອງເລື່ອງ ອັງກິດ ເຂົ້າເປັນສະມາຊິກ CPTPP, ທ່ານນາງຮອງປະທານປະເທດໃຫ້ຮູ້ວ່າ, ໃນແງ່ມູມ 2 ຝ່າຍ, ຫວຽດນາມ ແລະ ອັງກິດ ມີການພົວພັນ FTA 2 ຝ່າຍ. ເລື່ອງ ອັງກິດ ເຂົ້າເປັນສະມາຊິກ CPTPP ຈະປະກອບສ່ວນປັບປຸງບົດບາດຂອງ ຫວຽດນາມ ສຳລັບ ອັງກິດ ຢູ່ພາກພື້ນນີ້; ປະກອບສ່ວນຍົກສູງທີ່ຕັ້ງຂອງ ຫວຽດນາມ ໃນການຮ່ວມມືດ້ານເສດຖະກິດສາກົນ ແລະ ການພົວພັນ 2 ຝ່າຍກັບ ອັງກິດ. ພິເສດ, ເລື່ອງ ອັງກິດ ຮັບຮອງກົດລະບຽບການຕະຫຼາດຂອງ ຫວຽດນາມ ກໍ່ມີຄວາມໝາຍສຳຄັນ, ສ້າງພື້ນຖານເພື່ອໃຫ້ ຫວຽດນາມ ສືບຕໍ່ຂົນຂວາຍບັນດາປະເທດອື່ນ, ໃນນັ້ນມີ ອາເມລິກາ ຮັບຮູ້ ຫວຽດນາມ ແມ່ນພື້ນຖານເສດຖະກິດການຕະຫຼາດ.

(ແຫຼ່ງຄັດຈາກ VOV)

42 ກິດ​ຈະ​ກຳ​ໄດ້​ຮັບ​ລາງວັນ​ປະ​ດິດ​ຄິດ​ສ້າງວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ

42 ກິດ​ຈະ​ກຳ​ໄດ້​ຮັບ​ລາງວັນ​ປະ​ດິດ​ຄິດ​ສ້າງວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ

ຜ່ານວິວັດການພິຈາລະນາ, ຕີລາຄາ, ສະພາກຳມະການໄດ້ ຕັດສິນມອບລາງວັນໃຫ້ 42 ກິດຈະກຳ, ໃນນັ້ນ ມີລາງວັນທີ 1 ​ມີ 06 ລາງວັນ, ລາງວັນທີ 2 ​ມີ 10 ລາງວັນ, ລາງວັນທີ 3 ມ​ີ 13 ລາງວັນ ແລະ ລາງວັນຊົມເຊີຍ 13 ລາງວັນ.

Top