• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະຫຼຸບປີ 2023, ຜັນຂະຫຍາຍໜ້າທີ່ປີ 2024 ຂອງຂະແໜງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ

ກອງປະຊຸມເພື່ອຕີລາຄາບັນດາໝາກຜົນສຳຄັນ ຂອງທົ່ວຂະແໜງທີ່ໄດ້ປະຕິບັດໃນປີຜ່ານມາ. ພ້ອມທັງ, ນີ້ກໍ່ແມ່ນໂອກາດ ເພື່ອຕີລາຄາພາຍຫຼັງ 2 ປີແຫ່ງການຜັນຂະຫຍາຍປະຕິບັດຂໍ້ສະຫຼຸບຂອງ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕອນເຊົ້າວັນທີ 03 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປີ 2023, ຜັນຂະຫຍາຍໜ້າທີ່ປີ 2024 ຂອງຂະແໜງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຈັດຂຶ້ນ. ກອງປະຊຸມໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ ເຊື່ອມຕໍ່ກັບ 63 ແຂວງ, ນະຄອນຂຶ້ນກັບສູນກາງ.

ກອງປະຊຸມເພື່ອຕີລາຄາບັນດາໝາກຜົນສຳຄັນຂອງທົ່ວຂະແໜງທີ່ໄດ້ປະຕິບັດໃນປີຜ່ານມາ. ພ້ອມທັງ, ນີ້ກໍ່ແມ່ນໂອກາດເພື່ອຕີລາຄາພາຍຫຼັງ 2 ປີແຫ່ງການຜັນຂະຫຍາຍປະຕິບັດຂໍ້ສະຫຼຸບຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ກອງປະຊຸມວັດທະນະທຳທົ່ວປະເທດປີ 2021, ດ້ວຍບັນດາໜ້າທີ່ ແລະ ມາດຕະການແກ້ໄຂພັດທະນາວັດທະນະທຳ ທີ່ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ພ້ອມກັບບັນດາກະຊວງ, ຂະແໜງ ແລະ ທ້ອງຖິ່ນໃນທົ່ວປະເທດ ຫັນບັນດາການເຄື່ອນໄຫວປະຕິບັດງານ ເປັນລະອຽດ. ປີ 2024, ຂະແໜງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສືບຕໍ່ຜັນຂະຫຍາຍໃຫ້ບັນລຸປະສິດທິຜົນ 6 ໝວດໜ້າທີ່ ແລະ 4 ໝວດມາດຕະການແກ້ໄຂໃນການສ້າງ, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າ ທີ່ເປັນເອກະລັກສະເພາະຂອງພື້ນຖານວັດທະນະທຳ ຫວຽດນາມ ທີ່ກ້າວໜ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ ເຊິ່ງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຊີ້ນຳທີ່ກອງປະຊຸມວັດທະນະທຳທົ່ວປະເທດປີ 2021. ເປົ້າໝາຍ, ໜ້າທີ່ລຸລ່ວງແມ່ນ “ປຸກລຸກນ້ຳໃຈຮັກຊາດ, ເຈດຈຳນົງເຂັ້ມແຂງດ້ວຍຕົນເອງຂອງຊາດ ແລະ ຄວາມຄາດຫວັງ ພັດທະນາປະເທດໃຫ້ມີຄວາມວັດທະນາຖາວອນ, ຜາສຸກ”, ຕັ້ງໜ້າປະກອບສ່ວນພ້ອມກັບທົ່ວປະເທດ ປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມປີ 2024.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ປີ 2024, ຂະແໜງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເວົ້າລວມ ແລະ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ເວົ້າສະເພາະ ຕ້ອງສ້າງບາດກ້າວບຸກທະລຸໃນວຽກງານຫັນບັນດາແຜນນະໂຍບາຍ, ແນວທາງ, ນະໂຍບາຍ, ກົດໝາຍຂອງພັກ, ລັດ ກ່ຽວກັບການພັດທະນາວັດທະນະທຳ, ກິລາ ແລະ ທ່ອງທ່ຽວເປັນລະບອບລະບຽບການ; ສ້າງ, ສະເໜີຂັ້ນມີສິດອຳນາດປະກາດໃຊ້ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການພັດທະນາວັດທະນະທຳ ໄລຍະ 2025 – 2035 ແລະ ຍຸດທະສາດພັດທະນາອຸດສາຫະກຳ ວັດທະນະທຳ ຫວຽດນາມ ໃນໄລຍະໃໝ່… ສູ້ຊົນຮອດປີ 2024, ຂະແໜງການທ່ອງທ່ຽວຈະຕ້ອນຮັບ ແລະ ຮັບໃຊ້ແຂກທ່ອງທ່ຽວສາກົນ 18 ລ້ານເທື່ອຄົນ; ແຂກທ່ອງທ່ຽວຢູ່ພາຍໃນປະເທດ 110 ລ້ານເທື່ອຄົນ. ລາຍຮັບຈາກການທ່ອງທ່ຽວຄາດວ່າບັນລຸກວ່າ 34,8 ຕື້ USD. ພ້ອມກັນນັ້ນ, ຕ້ອງຍູ້ແຮງການເຊື່ອມຕໍ່ພາຍໃນເຂດ, ເຊື່ອມຕໍ່ບັນດາເຂດ, ເຊື່ອມຕໍ່ແຫ່ງຊາດ, ສາກົນກ່ຽວກັບວັດທະນະທຳ, ກິລາ ແລະ ທ່ອງທ່ຽວ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ເກຼັກ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ເກຼັກ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້

ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ປາດຖະໜາວ່າ ສະພາແຫ່ງຊາດ ເກຼັກ ຈະເພີ່ມທະວີການການຮ່ວມມືກັບ ຫວຽດນາມ ກ່ຽວກັບການຂົນສົ່ງທາງທະເລ, ທ່າກຳປັ່ນ - logistics

Top