• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ

ຕອນເຊົ້າວັນທີ 04 ມິຖຸນາ, ທີ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ພິເສດທາງອອນລາຍ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19 ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີເສດຖະກິດ 10 ປະເທດສະມາຊິກ ອາຊຽນ ພ້ອມດ້ວຍເລຂາທິການໃຫຍ່ ອາຊຽນ.

ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ພິເສດທາງອອນລາຍ

ກອງປະຊຸມໄດ້ຮັບຮອງເອົາແຜນການດຳເນີນງານ ຮ່າໂນ້ຍ ເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ ອາຊຽນ ແລະ ເຊື່ອມຕໍ່ລະບົບສະໜອງໃນສະພາບການໂລກລະບາດໂຄວິດ-19 ພວມຜັນແປຢ່າງສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ໃນພາກພື້ນ, ເຮັດໃຫ້ບັນດາການເຄື່ອນໄຫວຮ່ວມມືດ້ານການເມືອງ-ເສດຖະກິດຖືກຢຸດສະງັກ. ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອງ, ປະທານບັນດາລັດຖະມົນຕີເສດຖະກິດ ອາຊຽນ ເນັ້ນໜັກວ່າ:

        “ພວກເຮົາສາມາດຈຳກັດໄດ້, ສາມາດຄວບຄຸມການແຜ່ລະບາດຂອງໂລກລະບາດ ກໍ່ຄືມີການໜູນຊ່ວຍຢ່າງທັນການ ເພື່ອຫລຸດຜ່ອນບັນດາຜົນກະທົບຫຍໍ້ທໍ້ຈາກໂຄວິດ-19 ທີ່ມີຕໍ່ຊີວິດ, ເສດຖະກິດ-ສັງຄົມ, ແມ່ນບັນດາໝາກຜົນເປັນໜ້າຊື່ນຊົມ. ໝາກຜົນດັ່ງກ່າວ ເຮັດໃຫ້ພວກເຮົາໝັ້ນໃຈກ່ວາ ເພື່ອໃຫ້ພວກເຮົາຜ່ານຜ່າໂລກລະບາດທີ່ຮຸນແຮງດັ່ງກ່າວ.

        ແລະກໍ່ໃນຕອນບ່າຍວັນດຽວກັນ ກໍ່ໄດ້ດຳເນີນກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ+3 ພິເສດທາງອອນລາຍ ແນໃສ່ຮັບມືກັບໂລກລະບາດໂຄວິດ-19.

ທີ່ກອງປະຊຸມຂ່າວປະກາດໝາກຜົນຂອງ 2 ເຫດການດັ່ງກ່າວ, ເມື່ອຕອບຄຳຖາມຂອງວົງການສື່ມວນຊົນຢູ່ພາຍໃນ ແລະ ສາກົນກ່ຽວກັບບັນດາມາດຕະການລະອຽດ ຈະໄດ້ຮັບການຜັນຂະຫຍາຍໃນໄລຍະຈະມາເຖິງ. ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອງ, ປະທານບັນດາລັດຖະມົນຕີເສດຖະກິດ ອາຊຽນ ເນັ້ນໜັກວ່າ: ເພື່ອປະເຊີນໜ້າ ແລະ ຮັບມືຢ່າງມີປະສິດທິຜົນກັບທ່າອ່ຽງດັ່ງກ່າວ, ອາຊຽນ ກໍ່ຄື ອາຊຽນ+3 ລ້ວນແຕ່ໄດ້ໄຈ້ແຍກ, ຕີລາຄາລະອຽດ ແລະ ເຫັນດີເປັນເອກະພາບ 1 ຫຼັກການພື້ນຖານແມ່ນ ເພີ່ມທະວີລັກສະນະຮ່ວມສຳພັນພາຍໃນກຸ່ມກ່ວາອີກ ກໍ່ຄືເຊື່ອມຕໍ່ ອາຊຽນ ກັບບັນດາປະເທດຄູ່ຮ່ວມມືກ່ວາອີກ, ກ່ອນອື່ນໝົດ ເພື່ອຮັບປະກັນເປົ້າໝາຍຫັນ ອາຊຽນ ກາຍເປັນປະຊາຄົມເສດຖະກິດລວມຢ່າງແທ້ຈິງ ມີກຳລັງດູດດື່ມບັນດານັກລົງທຶນ-ຄູ່ຮ່ວມມືໂລກຢ່າງມີປະສິດທິຜົນກ່ວາອີກ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top