• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມລັດຖະມົນຕີການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາຄັ້ງທີ 8

      ວັນທີ 7 ສິງຫາ, ກອງປະຊຸມລັດຖະມົນຕີການຕ່າງປະເທດຮ່ວມມືແມ່ນ້ຳຂອງ ແລະ ແມ່ນ້ຳຄົງຄາ ( MGC ) ຄັ້ງທີ 8 ໄດ້ຈັດຕັ້ງຂຶ້ນຢູ່ນະຄອນຫຼວງມະນີລາ ປະເທດຟີລິບປິນ.

ກອງປະຊຸມລັດຖະມົນຕີການຕ່າງປະເທດຮ່ວມມືແມ່ນ້ຳຂອງ ແລະ ແມ່ນ້ຳຄົງຄາ ( MGC ) 
      ກອງປະຊຸມໄດ້ສຳຫຼວດກວດຄືນສະພາບການຜັນຂະຫຍາຍ ແຜນການດຳເນີນງານແມ່ນ້ຳຂອງ-ແມ່ນ້ຳຄົງຄາ ໄລຍະປີ 2016-2018 ແລະ ປຶກສາຫາລືບັນດາມາດຕະການ ເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ. ບັນດາລັດຖະມົນຕີ ໄດ້ເຫັນດີເປັນເອກະສັນ ຍູ້ໄວການປະຕິບັດບັນດາໂຄງການ, ການເຄື່ອນໄຫວຮ່ວມມືຢ່າງລະອຽດໃນບັນດາຂົງເຂດບຸລິມະສິດ ທີ່ໄດ້ເປັນເອກະພາບໃນຂົງເຂດກະສິກຳ, ການທ່ອງທ່ຽວ, ວັດທະນະທຳ ແລະ ການຄົມມະນາຄົມ. ຄົ້ນຄວ້າເປີດກວ້າງການຮ່ວມມືໄປສູ່ບັນດາຂົງເຂດໃໝ່ ເພື່ອແນໃສ່ປັບປຸງການຮ່ວມສຳພັນດ້ານເສດຖະກິດ ແລະ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນດ້ານການຄ້າ ແລະ ການລົງທຶນລະຫວ່າງບັນດາປະເທດແມ່ນ້ຳຂອງ ແລະ ອິນເດຍ.
      ສິ້ນສຸດກອງປະຊຸມ, ບັນດາລັດຖະມົນຕີໄດ້ຮັບຮອງເອົາຖະແຫຼງການຮ່ວມ ແລະ ເຫັນດີເປັນເອກະສັນ ຈະຈັດຕັ້ງກອງປະຊຸມລັດຖະມົນຕີການຕ່າງປະເທດຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ ຄັ້ງທີ 9 ຢູ່ສິງກະໂປ ໃນປີ 2018.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top