• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຜ່ານເຄືອຂ່າຍອີນເຕີແນັດຜັນຂະຫຍາຍໜ້າທີ່ຂອງສະພາແຫ່ງຊາດ

      ຕອນເຊົ້າວັນທີ 28 ທັນວາ, ລັດຖະບານໄດ້ຈັດກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນັດຜັນຂະຫຍາຍມະຕິຂອງສະພາແຫ່ງຊາດຊຸດທີ 14 ກ່ຽວກັບໜ້າທີ່ພັດທະນາເສດຖະກິດ, ສັງຄົມປີ 2019.

ກອງປະຊຸມຜ່ານເຄືອຂ່າຍອີນເຕີແນັດຜັນຂະຫຍາຍໜ້າທີ່ຂອງສະພາແຫ່ງຊາດ
(ພາບ: chinhphu.vn)
      ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມ. ເຂົ້າຮ່ວມກອງປະຊຸມມີທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ; ການນຳບັນດາກະຊວງ, ຂະແໜງການຢູ່ຮ່າໂນ້ຍ; ການນຳ 63 ແຂວງ, ນະຄອນໃນທົ່ວປະເທດ. ກ່າວຄຳເຫັນທີ່ກອງປະຊຸມສຳຄັນນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ.
        “ຫວຽດນາມ ບໍ່ເອົາຄຸນນະພາບໄປແລກກັບລະດັບການເຕີບໂຕ  ແລະ ບໍ່ເອົາລະດັບການເຕີບໂຕໄປແລກກັບຄຸນນະພາບ ຫາກຕ້ອງບັນລຸໄດ້ທັງ 2 ຢ່າງ. ລັດຖະບານຍາມໃດກໍ່ຢຶດໝັ້ນ 3 ຫຼັກການເສົາຄ້ຳລວມມີ: ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ. ໃນຂະນະທີ່ສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ເປັນຢ່າງດີທ່ີສຸດ, ຫວຽດນາມ ຕ້ອງຕັ້ງໜ້າຊອກຫາກຳລັງໜູນເຕີບໂຕໃໝ່, ໃນນັ້ນມີການຊຸກຍູ້ການປະຕິວັດອຸດສາຫະກຳ 4.0, ເສີມຂະຫຍາຍຄວາມສາມາດຂອງຊາວຫວຽດນາມ 100 ລ້ານຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ”.
        ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່, ປະເທດປະເທດ ຫງວຽນຟຸຈ້ອງ ເນັ້ນໜັກວ່າ, ປີ 2019 ແມ່ນປີມີຄວາມໝາຍສຳຄັນທີ່ສຸດ. ສະນັ້ນ, ຫວຽດນາມ ຄວນສືບຕໍ່ປັບປຸງພື້ນຖານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້… ກ່ຽວກັບການພົວພັນຕ່າງປະເທດໃນປີ 2019, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ, ຊີ້ແຈ້ງວ່າ.
        “ປະຕິບັດວຽກງານການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ, ປັບປຸງທ່າຮົບໃນໃຈຂອງປະຊາຊົນ, ປ້ອງກັນຄວາມສະຫງົບໃນໝູ່ປະຊາຊົນໃຫ້ມີປະສິດທິຜົນ; ຍູ້ແຮງການເຄື່ອນໄຫວພົວພັນກັບຕ່າງປະເທດກ່ຽວກັບການປ້ອງກັນຊາດປ້ອງກັນຄວາມສະຫງົບຢ່າງຮອບດ້ານ; ເປັນເຈົ້າການເຮັດໃຫ້ບັນດາການພົວພັນຍຸດທະສາດຄູ່ຮ່ວມມືຮອບດ້ານ, ເພີ່ມທະວີການພົວພັນກັບທຸກໆປະເທດຢ່າງເລິກເຊິ່ງ. ຈັດຕັ້ງບັນດາການເຄື່ອນໄຫວພົວພັນຕ່າງປະເທດ 2 ຝ່າຍ ແລະ ຫຼາຍຝ່າຍໃຫ້ເປັນຢ່າງດີ, ສ້າງເງື່ອນໄຂສະດວກເພື່ອໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະກອບສ່ວນສ້າງສາປະເທດຊາດ”.
        ແລະກໍ່ໃນວັນທີ 28 ທັນວາ, ກອງປະຊຸມໄດ້ຮັບຟັງບັນດາຂໍ້ສະເໜີ, ປະກອບຄຳເຫັນຂອງການນຳທ້ອງຖິ່ນຕ່າງໆ ເພື່ອປະຕິບັດສຳເລັດໜ້າທີ່ພັດທະນາເສດຖະກິດສັງຄົມປີ 2019.
 (ແຫຼ່ງຄັດຈາກ VOV)

ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ນັດ​ສາ​ມັນ​: ໃຫ້​ບຸ​ລິ​ມະ​ສິດ​ແກ່​ການ​ຊຸກ​ຍູ້​ການ​ເຕີບ​ໂຕ

ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ນັດ​ສາ​ມັນ​: ໃຫ້​ບຸ​ລິ​ມະ​ສິດ​ແກ່​ການ​ຊຸກ​ຍູ້​ການ​ເຕີບ​ໂຕ

ລັດຖະບານໄດ້ເຫັນດີເປັນເອກະພາບເລືອກເອົາແຜນການເຕີບໂຕສູງທີ່ສຸດໃນປີນີ້ ແມ່ນການເຕີບໂຕເສດຖະກິດທົ່ວປີ ບັນລຸລະດັບປະມານ 6%, ໄຕມາດທີ IV ຕ້ອງເພີ່ມຂຶ້ນ 10,6% ເພື່ອສືບຕໍ່ສຸຊົນບັນລຸໄດ້ໝາກຜົນສູງທີ່ສຸດທີ່ສາມາດບັນລຸໄດ້ໃນທົ່ວປີ.

Top