• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມປຶກສາຫາລືລວມ ອາຊຽນ

      ຕອນເຊົ້າວັນທີ 6 ມີນາ, ກອງປະຊຸມປຶກສາຫາລືລວມ ອາຊຽນ (JCM) ໄດ້ຈັດຕັ້ງຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນກວ໊ກຢຸງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຖ່າຍຮູບເປັນທີ່ລະນຶກ (ພາບ: ແທັ່ງລອງ) 
              ໂດຍສືບຕໍ່ບັນດາການເຄື່ອນໄຫວກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ເຊິ່ງຈະຈັດຕັ້ງໃນເດືອນ ເມສາ ຈະມາເຖິງ, ຕອນເຊົ້າວັນທີ 6 ມີນາ, ກອງປະຊຸມປຶກສາຫາລືລວມ ອາຊຽນ (JCM) ໄດ້ຈັດຕັ້ງຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນກວ໊ກຢຸງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ ດ້ວຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ອາວຸໂສຂອງບັນດາເສົາຄໍ້າ ປະຊາຄົມ ອາຊຽນ; ຫົວໜ້າຄະນະຜູ້ຕາງໜ້າປະຈໍາບັນດາປະເທດ ອາຊຽນ ແລະ ຄະນະເລຂາ ອາຊຽນ.
        ຕາງໜ້າປະທານ ອາຊຽນ 2020, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວ໊ກຢຸງ ໄດ້ແຈ້ງໃຫ້ຊາບກ່ຽວກັບການຄາດຄະເນລາຍການເຄື່ອນໄຫວກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36, ໃນນັ້ນ ມີວາລະປະຊຸມພິເສດຂອງການນໍາ ອາຊຽນ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະເພີ່ມສິດອໍານາດໃຫ້ແກ່ແມ່ຍິງ; ຍົກສູງຄຸນນະພາບການເຈລະຈາລະຫວ່າງການນໍາ ກອງປະຊຸມສະມັດຊາໃຫຍ່ລັດຖະສະພາ ອາຊຽນ (AIPA). ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີໄດ້ແຈ້ງໃຫ້ຊາບລາຍລະອຽດກ່ຽວກັບຂັ້ນຕອນການຜັນຂະຫຍາຍກໍຄືບັນດາໝາກຜົນ ເຊິ່ງຄາດວ່າຈະບັນລຸໄດ້ຈາກບັນດາຂໍ້ລິເລີ່ມຂອງຫວຽດນາມໃນປີ 2020. ທ່ານກໍເນັ້ນໜັກເຖິງຄວາມສໍາຄັນຂອງການເພີ່ມທະວີລະຫວ່າງ 3 ເສົາຄໍ້າຂອງປະຊາຄົມ ແລະ ວິທີການສໍາຜັດແບບກວມລວມໃນການຜັນຂະຫຍາຍບັນດາຄໍາໝັ້ນສັນຍາ ແລະ ແຜນການຮ່ວມມືຂອງ ອາຊຽນ ໃນການກໍ່ສ້າງປະຊາຄົມ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top