• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມປຶກສາຫາລືທາງການເມືອງຄັ້ງທີ 2 ລະຫວ່າງຫວຽດນາມ-ປາກິສະຖານ

ວັນທີ 13 ເມສາ, ຢູ່ອິດສະລາບັດ, ປະເທດ ປາກິສະຖານ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ດັ້ງດິງກຸ້ຍ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ປາກິສະຖານ ເຕມີນາ ຢານຢົວ ໄດ້ເປັນປະທານຮ່ວມ ກອງປະຊຸມປຶກສາຫາລືທາງການເມືອງຄັ້ງທີ 2 ລະຫວ່າງຫວຽດນາມ-ປາກິສະຖານ

ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ດັ້ງດິງກຸ້ຍ ເປັນປະທານຮ່ວມ ກອງປະຊຸມ

ທີ່ກອງປະຊຸມ, 2 ຝ່າຍໄດ້ພ້ອນກັນສຳຫຼວດກວດຄືນການຜັນຂະຫຍາຍບັນດາໝາກຜົນຂອງກອງປະຊຸມປຶກສາຫາລືທາງການເມືອງຄັ້ງທີ 1 ລະຫວ່າງຫວຽດນາມ-ປາກິສະຖານ ທີ່ຖືກຈັດຂຶ້ນໃນປີ 2015. 2 ຝ່າຍເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີການແລກປ່ຽນພົບປະຂັ້ນສູງນັບທັງ 2 ຝ່າຍ ແລະ ຢູ່ນອກບັນດາການເຄື່ອນໄຫວຫຼາຍຝ່າຍ ກໍຄືຜ່ານຊອ່ງຕ່າງໆ, ພິເສດແມ່ນແມ່ນການພົວພັນແລກປ່ຽນປະຊາຊົນ, ພ້ອມທັງຊຸກຍູ້ການປະຊຸມຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືເສດຖະກິດ, ວັດທະນະທຳ, ວິທະຍາສາດ ເຕັກນິກໃນປີ 2018.

     2 ຝ່າຍຍັງເຫັນດີຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ຊຸກຍູ້ການປະຊຸມອະນຸກຳມະການການຄ້າປະສົມໃນປີ 2018 ແນໃສ່ວາງອອກບັນດາມາດຕະການທີ່ແທດຈິງເພື່ອຄາດໝາຍບັນລຸວົງເງິນການຄ້າ 2 ຝ່າຍ 1 ຕື້ USD ໃນປີ 2020. 2 ຝ່າຍຍັງເຫັນດີນຳກັນສືບຕໍ່ເອົາໃຈໃສ່ຊຸກຍູ້ບັນດາຂົງເຂດອື່ນໆທີ່ມີຄວາມສາມາດບົ່ມຊ້ອນເຊັ່ນ: ກະສີກຳ, ວັດທະນະທຳ, ກິລາ, ການທ່ອງທ່ຽວ….

(ແຫຼ່ງຄັດຈາກ VOV)


ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top