• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມປຶກສາຫາລືດ້ານການເມືອງລະຫວ່າງ ຫວຽດນາມ-ລາວ ຄັ້ງທີ 5

      ສອງຝ່າຍໄດ້ຕີລາຄາສູງການຮ່ວມມືລະຫວ່າງສອງປະເທດໃນວຽກງານປ້ອງກັນສະກັດກັ້ນໂລກລະບາດໂຄວິດ-19, ກໍ່ຄືໃນການຜັນຂະຫຍາຍບັນດາການເຄື່ອນໄຫວການຮ່ວມມືໃນບັນດາຂົງເຂດຫຼັກແຫຼ່ງ. 

ທ່ານ ຫງວຽນກວັກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ  ພ້ອມກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ອອນລາຍ
ຢູ່ ຮ່າໂນ້ຍ. 
ພາບ:TTXVN
      ຕອນບ່າຍວັນທີ 29 ຕຸລາ, ທ່ານ ຫງວຽນກວັກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ, ເປັນປະທານຮ່ວມ ກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງທີ 5 ລະຫວ່າງກະຊວງການຕ່າງປະເທດສອງປະເທດ ຫວຽດນາມ ແລະ ລາວ ຕາມຮູບແບບຜ່ານທາງອອນລາຍ.
ສອງຝ່າຍໄດ້ຕີລາຄາສູງການຮ່ວມມືລະຫວ່າງສອງປະເທດໃນວຽກງານປ້ອງກັນສະກັດກັ້ນໂລກລະບາດໂຄວິດ-19, ກໍ່ຄືໃນການຜັນຂະຫຍາຍບັນດາການເຄື່ອນໄຫວການຮ່ວມມືໃນບັນດາຂົງເຂດຫຼັກແຫຼ່ງຄື ການເມືອງ, ການ ປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ເສດຖະກິດ, ການລົງທຶນ, ວັດທະນະທຳ, ການໂຄສະນາ ແລະ ການສຶກສາບຳລຸງສ້າງ. ສອງຝ່າຍເຫັນດີໃນສະພາບການທັງ ຫວຽດນາມ ແລະ ລາວ ລ້ວນແຕ່ຄວບຄຸມເຊື້ອພະຍາດໂດຍພື້ນຖານແລ້ວ, ຄວນສ້າງເງື່ອນໄຂສະດວກກ່ວາອີກໃຫ້ແກ່ການໄປມາຂອງປະຊາຊົນ ແລະ ການຈະລາຈອນສິນຄ້າລະຫວ່າງສອງປະເທດ, ຕາມນັ້ນແລ້ວ ຄວນເຫັນດີແຜນການເປີດ ບັນດາດ່ານຊາຍແດນທາງບົກຄືນໃໝ່ ແລະ ເຊື່ອມຕໍ່ບັນດາຖ້ຽວບິນການຄ້າໂດຍໄວຕາມເນື້ອໃນຈິດໃຈການຊີ້ນຳຂອງການນຳຂັ້ນສູງຂອງສອງປະເທດ.
      ສອງຝ່າຍກໍ່ໄດ້ປຶກສາຫາລືກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນຊື່ງກັນແລະກັນ ຢູ່ບັນດາເວທີປາໄສພາກພື້ນ, ສາກົນ, ເປັນຕົ້ນແມ່ນໃນຂອບເຂດ ອາຊຽນ ແລະ ບັນດາກົນໄກຮ່ວມມືອະນຸພາກພື້ນ.
      ສອງຝ່າຍເຫັນດີເປັນເອກະສັນວ່າ ຈະຈັດຕັ້ງກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງ ຕໍ່ໄປຢູ່ ລາວ ໃນປີ 2021.
(ແຫຼ່ງຄັດຈາກ VOV)



ເປີດກ້ວາງຮູບແບບ VSIP ອອກສູ່ແຂວງຕ່າງໆຢູ່ຫວຽດນາມ

ເປີດກ້ວາງຮູບແບບ VSIP ອອກສູ່ແຂວງຕ່າງໆຢູ່ຫວຽດນາມ

ຕອນເຊົ້າວັນທີ 25 ມີນາ, ທ່ານຮອງນາຍົກລັດຖະມົນຕີ ເລມີງຄາຍ ພ້ອມກັບການນຳບັນດາກະຊວງ, ຂະແໜງການ ແລະ ການນຳບາງແຂວງ, ນະຄອນໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ I ຢູ່ແຂວງບີງເຢືອງ (VSIP I - ບີງເຢືອງ).

Top