• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ APEC ຄັ້ງທີ 2 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ

      ວັນທີ 09/05 ຢູ່ ຮ່າໂນ້ຍ, ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ APEC ຄັ້ງທີ 2 (SOM 2) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ດຳເນີນກອງປະຊຸມທຳອິດ

ກອງປະຊຸມຂອງກຸ່ມຄູ່ຮ່ວມມືນະໂຍບາຍກ່ຽວກັບແມ່ຍິງ ແລະ ເສດຖະກິດ 
      ທີ່ກອງປະຊຸມຂອງກຸ່ມຄູ່ຮ່ວມມືນະໂຍບາຍກ່ຽວກັບແມ່ຍິງ ແລະ ເສດຖະກິດ, ໃນບົດກ່າວປາໄສ ທ່ານ ຢວານເມົ້າຢຽບ ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຄະນະຜູ້ແທນ ຫວຽດນາມ ເນັ້ນໜັກວ່າ: ຫວຽດນາມ ໄດ້ເລືອກເຟັ້ນ 4 ບຸລິມະສິດ: ຊຸກຍູ້ການເຕີບໂຕແບບຍືນຍົງ, ມີຫົວຄິດປະດິດສ້າງຕາມທິດລົງເລິກ; ເພີ່ມທະວີການເຊື່ອມໂຍງເສດຖະກິດພາກພື້ນ; ຍົກສູງຄວາມສາມາດແກ່ງແຍ້ງ ໃນສັກກະລາດດີຈີຕອນ, ແລະ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ພັດທະນາກະສິກຳໃຫ້ໝັ້ນຄົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
        ເຂົ້າຮ່ວມເວທີປາໄສຮ່ວມມືຄ້ຳປະກັນດ້ານສະບຽງອາຫານ (FSCF) ແລະ ກອງປະຊຸມສຳມະນາໃບຢັ້ງຢືນການສົ່ງອອກ. ທ່ານ ເລແອງງັອກ ຮັບຜິດຊອບຫ້ອງການຄຸ້ມຄອງຄຸນນະພາບຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ:
        ພວກຂ້າພະເຈົ້າປາດຖະໜາວ່າ  ເມື່ອບັນດາປະເທດຮ່ວມມືນຳກັນ ສາມາດຊອກໄດ້ບັນດາຂົງເຂດ ເພື່ອຮ່ວມມື, ພ້ອມທັງອີງໃສ່ທັດສະນາຮ່ວມມື ແລະ ຊອກຮູ້ເຊິ່ງກັນ ແລະ ກັນ ເພື່ອຫລຸດຜ່ອນຮົ້ວກີດຂວາງດ້ານເຕັກນິກໃນຂົງເຂດກະສິກຳປ່າໄມ້ ແລະ ສິນໃນນ້ຳສົ່ງອອກຂອງ ຫວຽດນາມ
(ແຫຼ່ງຄັດຈາກ VOV)

ມີ​​ກ່​ວາ 2 ລ້ານຄຳ​ຖາມ​ໄດ້​ສົ່ງ​ໄປ​ຍັງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໃນ​ການ​ປະ​ຊຸມ​ຂ່າວ​ທ້າຍ​ປີ

ມີ​​ກ່​ວາ 2 ລ້ານຄຳ​ຖາມ​ໄດ້​ສົ່ງ​ໄປ​ຍັງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໃນ​ການ​ປະ​ຊຸມ​ຂ່າວ​ທ້າຍ​ປີ

ທ່ານປະທານາທິບໍດີ Putin ຢືນຢັນວ່າ ເສດຖະກິດ ລັດເຊຍ ສືບຕໍ່ຮັກສາຄວາມສະຖຽນລະພາບ ໃນສະພາບການສາກົນສັບສົນ.

Top