• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມທົ່ວປະເທດ ສະຫຼຸບ 10 ປີແຫ່ງການ ປະຕິບັດໂຄງການເປົ້າໝາຍແຫ່ງຊາດ ກໍ່ສ້າງຊົນນະບົດໃໝ່ໄລຍະ 2010 – 2020

      
ຕອນເຊົ້າວັນທີ 19 ຕຸລາ, ຢູ່ນະຄອນ ນາມດິ້ງ, ແຂວງນາມດິ້ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມທົ່ວປະເທດສະຫຼຸບ 10 ປີ ແຫ່ງການປະຕິບັດເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ ໄລຍະ 2010 – 2020.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມ (ພາບ: TTXVN)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢັ້ງຢືນວ່າ ກະສິກຳ, ຊາວກະສິກອນ ແລະ ຊົນນະບົດ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດໃນວິວັດການສ້າງສາປະເທດຊາດ. ທ່ານນາຍົກລັດຖະມົນຕີ ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ໃນໄລຍະທີ່ຜ່ານມາ, ບັນດາທ້ອງຖິ່ນໄດ້ສຸມໃສ່ເຂົ້າໃນການອານຸລັກ ແລະ ພັດທະນາວັດທະນະທຳ ຢູ່ເຂດຊົນນະບົດ ພ້ອມກັນປະຕິບັດວຽກງານແກ້ໄຂບັນດາບັນຫາສັງຄົມຢູ່ເຂດຊົນນະບົດ.
        ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 18 ຕຸລາ, ຢູ່ນະຄອນ ນາມດິ້ງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ປະທານສະພາຍ້ອງຍໍມອບລາງວັນ ຂັ້ນສູນກາງ, ກໍ່ໄດ້ເຂົ້າຮ່ວມພິທີ ຍ້ອງຍໍຊົມເຊີຍຮູບແບບທີ່ດີເດັ່ນກ້າວໜ້າໃນຂະບວນການແຂ່ງຂັນ “ທົ່ວປະເທດຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່” ໄລຍະ 2010 – 2020. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:
        ປັດຈຸບັນ, ຊົນນະບົດໄດ້ມີຮູບໂສມໃໝ່, ສວຍງາມສະອາດກ່ວາເກົ່າ, ຊີວິດການເປັນຢູ່ທາງດ້ານຈິດໃຈ ແລະ ວັດຖຸຂອງ ປະຊາຊົນ ໄດ້ຍົກສູງຫຼາຍພໍສົມຄວນ. ຄວາມໄວ້ເນື້ອເຊື່ອໃຈຕໍ່ພັກ, ລັດ, ປະຊາຄົມກໍ່ໄດ້ຮັບການປັບປຸງ ແລະ ຍົກສູງ. ບັນດາໝາກຜົນທີ່ບັນລຸໄດ້ຈາກການກໍ່ສ້າງຊົນນະບົດໃໝ່, ບັນດາຜົນງານໃນການພັດທະນາກະສິກຳໃນໄລຍະທີ່ຜ່ານມາ ຈະບໍ່ກ້າວກະໂດດຂັ້ນຄືແນວນີ້ໄດ້ ຖ້າບໍ່ມີຂະບວນການແຂ່ງຂັນ ທົ່ວປະເທດຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່”.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top