ຕອນເຊົ້າວັນທີ 19 ຕຸລາ, ຢູ່ນະຄອນ ນາມດິ້ງ, ແຂວງນາມດິ້ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມທົ່ວປະເທດສະຫຼຸບ 10 ປີ ແຫ່ງການປະຕິບັດເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ ໄລຍະ 2010 – 2020.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມ (ພາບ: TTXVN)
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢັ້ງຢືນວ່າ ກະສິກຳ, ຊາວກະສິກອນ ແລະ ຊົນນະບົດ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດໃນວິວັດການສ້າງສາປະເທດຊາດ. ທ່ານນາຍົກລັດຖະມົນຕີ ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ໃນໄລຍະທີ່ຜ່ານມາ, ບັນດາທ້ອງຖິ່ນໄດ້ສຸມໃສ່ເຂົ້າໃນການອານຸລັກ ແລະ ພັດທະນາວັດທະນະທຳ ຢູ່ເຂດຊົນນະບົດ ພ້ອມກັນປະຕິບັດວຽກງານແກ້ໄຂບັນດາບັນຫາສັງຄົມຢູ່ເຂດຊົນນະບົດ.
ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 18 ຕຸລາ, ຢູ່ນະຄອນ ນາມດິ້ງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ປະທານສະພາຍ້ອງຍໍມອບລາງວັນ ຂັ້ນສູນກາງ, ກໍ່ໄດ້ເຂົ້າຮ່ວມພິທີ ຍ້ອງຍໍຊົມເຊີຍຮູບແບບທີ່ດີເດັ່ນກ້າວໜ້າໃນຂະບວນການແຂ່ງຂັນ “ທົ່ວປະເທດຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່” ໄລຍະ 2010 – 2020. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:
ປັດຈຸບັນ, ຊົນນະບົດໄດ້ມີຮູບໂສມໃໝ່, ສວຍງາມສະອາດກ່ວາເກົ່າ, ຊີວິດການເປັນຢູ່ທາງດ້ານຈິດໃຈ ແລະ ວັດຖຸຂອງ ປະຊາຊົນ ໄດ້ຍົກສູງຫຼາຍພໍສົມຄວນ. ຄວາມໄວ້ເນື້ອເຊື່ອໃຈຕໍ່ພັກ, ລັດ, ປະຊາຄົມກໍ່ໄດ້ຮັບການປັບປຸງ ແລະ ຍົກສູງ. ບັນດາໝາກຜົນທີ່ບັນລຸໄດ້ຈາກການກໍ່ສ້າງຊົນນະບົດໃໝ່, ບັນດາຜົນງານໃນການພັດທະນາກະສິກຳໃນໄລຍະທີ່ຜ່ານມາ ຈະບໍ່ກ້າວກະໂດດຂັ້ນຄືແນວນີ້ໄດ້ ຖ້າບໍ່ມີຂະບວນການແຂ່ງຂັນ “ທົ່ວປະເທດຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່”.
(ແຫຼ່ງຄັດຈາກ VOV)