• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມທາງໄກຂອງລັດຖະບານກັບທ້ອງຖິ່ນປະຈຳເດືອນມີນາ

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ໃນເດືອນ ມີນາ ແລະ ໄຕມາດທີ 1 ຂອງປີນີ້, ສະພາບການເສດຖະກິດ, ສັງຄົມສືບຕໍ່ບັນລຸໄດ້ໝາກຜົນຕັ້ງໜ້າ, ເປັນໜ້າຊື່ນຊົມ. ເສດຖະກິດມະຫາພາກເປັນປົກກະຕິໂດຍພື້ນຖານ.
  ກອງປະຊຸມທາງໄກຂອງລັດຖະບານກັບທ້ອງຖິ່ນປະຈຳເດືອນເມສາ  

ຕອນເຊົ້າວັນທີ 3 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມທາງໄກຂອງລັດຖະບານກັບທ້ອງຖິ່ນປະຈຳເດືອນ ມີນາ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ໃນເດືອນ ມີນາ ແລະ ໄຕມາດທີ 1 ຂອງປີນີ້, ສະພາບການເສດຖະກິດ, ສັງຄົມສືບຕໍ່ບັນລຸໄດ້ໝາກຜົນຕັ້ງໜ້າ, ເປັນໜ້າຊື່ນຊົມ. ເສດຖະກິດມະຫາພາກເປັນປົກກະຕິໂດຍພື້ນຖານ, ບັນດາການດຸ່ນດ່ຽງໃຫຍ່ໄດ້ຮັບການຮັບປະກັນ, ແຜນລາຍຮັບງົບປະມານຂອງລັດບັນລຸ 30,3%, ເພີ່ມຂຶ້ນ 1,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ການສົ່ງອອກເກີນດຸນແມ່ນ 4,07 ຕື້ USD. ໄພເງິນເຟີ້ໄດ້ຮັບການຄວບຄຸມ, ການທ່ອງທ່ຽວຟື້ນຟູຢ່າງວ່ອງໄວ. ການປະຕິຮູບການບໍລິຫານ, ຫັນເປັນດີຈີຕອນແຫ່ງຊາດໄດ້ຮັບການຍູ້ແຮງ, ພິເສດແມ່ນບັນດາຖານຂໍ້ມູນແຫ່ງຊາດ. ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການຮັບປະກັນ; ອະທິປະໄຕແຫ່ງຊາດໄດ້ຮັບການຮັກສາຢ່າງໝັ້ນຄົງ.

 

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top