
(ພາບ: TTXVN)
ຕອນເຊົ້າວັນທີ 15 ມິຖຸນາ ໄດ້ດຳເນີນກອງປະຊຸມທາງອອນລາຍລັດຖະມົນຕີປ້ອງກັນຊາດບັນດາປະເທດອາຊຽນ ຄັ້ງທີ 15 (ADMM-15). ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລື, ເປັນເອກະພາບກ່ຽວກັບບັນດາວຽກງານກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີປ້ອງກັນຊາດບັນດາປະເທດອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 8; ຮັບຮອງເອົາການຈັດຕັ້ງບັນດາການພົບປະບໍ່ເປັນທາງການລັດຖະມົນຕີປ້ອງກັນຊາດບັນດາປະເທດອາຊຽນ ແລະ ລັດຖະມົນຕີປ້ອງກັນຊາດບັນດາປະເທດຄູ່ຮ່ວມມືໃນປີ 2021. ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມ ADMM ຄັ້ງທີ 15… ຖະແຫຼງການໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງທຸກຝ່າຍໃນການຮ່ວມມືສັນຕິພາບ ແລະ ມີລັກສະນະສ້າງສັນ ເພື່ອໃຫ້ທະເລຕາເວັນອອກກາຍເປັນເຂດທະເລແຫ່ງສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ ຜ່ານການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ສົມບູນແບບ, ມີປະສິດທິຜົນ, ແທດຈິງ, ເໝາະສົມກັບກົດໝາຍສາກົນ, ລວມທັງສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ຕາມແຜນການທີ່ໄດ້ຮັບຄວາມເຫັນດີ.
ຖະແຫຼງການກໍ່ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງບັນດາສະມາຊິກ ອາຊຽນ ໃນໄລຍະຈະມາເຖິງກ່ຽວກັບເລື່ອງສືບຕໍ່ຍູ້ແຮງການຮັບມືກັບໂລກລະບາດ ຕາມການຊີ້ນຳຂອງກອບຟື້ນຟູຮອບດ້ານອາຊຽນ ແລະ ຖະແຫຼງການຮ່ວມຂອງລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ກ່ຽວກັບການຮ່ວມມືໃນການຮັບມືກັບໂລກລະບາດ.
(ແຫຼ່ງຄັດຈາກ VOV)