• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຖະແຫຼງຂ່າວນັດສາມັນປະຈຳເດືອນ ກໍລະກົດ ຂອງລັດຖະບານ: ການຜະລິດອຸດສາຫະກຳມີຫຼາຍຈຸດພົ້ນເດັ່ນ

ບັນດາດັດຊະນີສຳຄັນລ້ວນແຕ່ມີການເຕີບໂຕຢ່າງແຮງ, ການຜະລິດອຸດສາຫະກຳສ່ວນໃຫຍ່ແມ່ນບັນລຸລະດັບເຕີບໂຕໃນວົງກວ້າງຢູ່ 60/63 ທ້ອງຖິ່ນໃນເດືອນ ກໍລະກົດ.
ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນປະຈຳເດືອນ ກໍລະກົດ ຂອງລັດຖະບານ (ພາບ: VGP)

ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນປະຈຳເດືອນ ກໍລະກົດ ຂອງລັດຖະບານທີ່ຈັດຂຶ້ນໃນຕອນບ່າຍວັນທີ 05 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານນາງ ຟາມທິທັງ, ຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ໃຫ້ຮູ້ວ່າ, ສະພາບການຟື້ນຟູອຸດສາຫະກຳຂອງ ຫວຽດນາມ ໃນ 7 ເດືອນຜ່ານມາມີຫຼາຍຈຸດພົ້ນເດັ່ນ. ບັນດາດັດຊະນີສຳຄັນລ້ວນແຕ່ມີການເຕີບໂຕຢ່າງແຮງ, ການຜະລິດອຸດສາຫະກຳສ່ວນໃຫຍ່ແມ່ນບັນລຸລະດັບເຕີບໂຕໃນວົງກວ້າງຢູ່ 60/63 ທ້ອງຖິ່ນໃນເດືອນ ກໍລະກົດ. ທ່ານນາງ ຟານທິທັງ, ຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ, ເນັ້ນໜັກວ່າ:

        “ການຜະລິດອຸດສາຫະກຳພວມຟື້ນຟູຢ່າງແຮງເມື່ອທຽບໃສ່ປີ 2023 ແລະ ສືບຕໍ່ຮັກສາທ່າອ່ຽງຕັ້ງໜ້າ. ຂະແໜງອຸດສາຫະກຳປຸງແຕ່ງ, ຜະລິດໄດ້ກັບຄືນສູ່ບົດບາດນຳພາການເຕີບໂຕ. ກຳລັງຄວາມສາມາດໃນການຜະລິດຂອງບັນດາວິສາຫະກິດອຸດສາຫະກຳຢູ່ພາຍໃນປະເທດໄດ້ມີທ່າຟື້ນຟູຢ່າງຕັ້ງໜ້າ ແລະ ພ້ອມແລ້ວຈະນຳໃຊ້ບັນດາກາລະໂອກາດທີ່ຕະຫຼາດໃໝ່ນຳມາໃຫ້ໃນໄລຍະຈະມາເຖິງ. ຄວາມໄວ້ເນື້ອເຊື່ອໃຈຂອງບັນດາວິສາຫະກິດຜະລິດພາຍໃນປະເທດ ກໍຄືບັນດາວິສາຫະກິດຕ່າງປະເທດພວມໄດ້ຮັບການປັບປຸງຢ່າງແຮງ ຍ້ອນມີບັນດາສັນຍານທີ່ຕັ້ງໜ້າໃນການເຕີບໂຕການຜະລິດອຸດສາຫະກຳຂອງຊຸມເດືອນຕົ້ນປີ”.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງ​ຂ່າວ​ໃຫ້​ສື່ມວນ​ຊົນ​ລາວ ກ່ຽວ​ກັບ​ບັນ​ດາ​ບຸກ​ທະ​ລຸ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ຖະ​ແຫຼງ​ຂ່າວ​ໃຫ້​ສື່ມວນ​ຊົນ​ລາວ ກ່ຽວ​ກັບ​ບັນ​ດາ​ບຸກ​ທະ​ລຸ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຈະວາງແຜນກຳນົດບັນດາລັດຖະນະໂຍບາຍຍຸດທະສາດຍາວນານ, ຫັນຄວາມຄາດຫວັງກໍ່ສ້າງຫວຽດນາມຈະເລີນຮຸ່ງເຮືອງ, ມີຄວາມຜາສຸກໃຫ້ປະກົດຜົນເປັນຈິງ, ກ້າວຂຶ້ນສູ່ສັງຄົມນິຍົມ.

Top