• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຫວຽດນາມ

ກະຊວງການຕ່າງປະເທດພວມສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ, ອົງການຕາງໜ້າຫວຽດນາມ ປະຈຳຕ່າງປະເທດ ຄົ້ນຄວ້າ, ຊອກຮູ້ ແລະ ຈະສະເໜີດັດປັບຂໍ້ກຳນົດການເຂົ້າ-ອອກເມືອງໃຫ້ເໝາະສົມກັບສະພາບການ.
ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ. (ພາບ: TTXVN)

ຕອນບ່າຍວັນທີ 11 ມີນາ, ທີ່ກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄຳຖາມກ່ຽວກັບເລື່ອງ ໄຕ້ຫວັນ (ຈີນ) ພວມພິຈາລະຈາພ້ອມກັບບາງປະເທດຊຸກຍູ້ຮູບແບບ “ການພົວພັນດ້ານການທ່ອງທ່ຽວ” ແລະ ຍ້ອນ ຫວຽດນາມ ປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໄດ້ເປັນຢ່າງດີພໍສົມຄວນ ສະນັ້ນໄດ້ພິຈາລະນານຳເຂົ້າໃນບັນຊີລາຍຊື່ຮູບແບບການທ່ອງທ່ຽວນີ້, ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ໃຫ້ຮູ້ວ່າ: ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ ພວມແລກປ່ຽນກັບບັນດາຄູ່ຮ່ວມມືກ່ຽວກັບວິວັດການເຊື່ອມຕໍໍ່ສາຍການບິນດ້ານການຄ້າຄືນໃໝ່.

        ຕາມທ່ານນາງ ເລທິທູຮັ່ງ ແລ້ວ, ເພື່ອແນໃສ່ປະຕິບັດເປົ້າໝາຍທັງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ທັງຊຸກຍູ້ການພັດທະນາເສດຖະກິດ, ຜັນຂະຫຍາຍຄຳເຫັນຊີ້ນຳຂອງນາຍົກລັດຖະມົນຕີ, ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ ໄດ້ ແລະ ພວມແລກປ່ຽນກັບບາງຄູ່ຮ່ວມມືທີ່ມີຄວາມປອດໄພສູງ ກ່ຽວກັບການຜັນຂະຫຍາຍ, ເຊື່ອມຕໍ່ບັນດາສາຍການບິນດ້ານການຄ້າຕາມປົກກະຕິລະຫວ່າງຫວຽດນາມ ກັບບັນດາຄູ່ຮ່ວມມືນີ້.

        ກໍ່ກ່ຽວຂ້ອງເຖິງບັນຫາໜັງສືຜ່ານແດນວັກຊິນ, ກະຊວງການຕ່າງປະເທດພວມສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ, ອົງການຕາງໜ້າຫວຽດນາມ ປະຈຳຕ່າງປະເທດ ຄົ້ນຄວ້າ, ຊອກຮູ້ ແລະ ຈະສະເໜີດັດປັບຂໍ້ກຳນົດການເຂົ້າ-ອອກເມືອງໃຫ້ເໝາະສົມກັບສະພາບການ.

        ກ່ຽວກັບການເພີ່ມທະວີການກວດກາ, ສະກັດກັ້ນບັນດາກໍລະນີເຂົ້າ-ອອກເມືອງຢ່າງຜິດກົດໝາຍ, ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຢູ່ບາງທ້ອງຖິ່ນໄດ້ກວດພົບກໍລະນີຄົນເຂົ້າເມືອງຫວຽດນາມ ຢ່າງຜິດກົດໝາຍ. ບົນຈິດໃຈມະນຸດສະທຳ, ບັນດາກໍລະນີດັ່ງກ່າວກໍ່ລ້ວນແຕ່ໄດ້ຮັບການກວດວິໄຈຫາເຊື້ອໂລກລະບາດໂຄວິດ-19, ໄດ້ຮັບການປິ່ນປົວຖ້າຫາກຕິດເຊື້ອພະຍາດ, ແຍກຕົວ ແລະ ແກ້ໄຂຕາມຂໍ້ກຳນົດຂອງກົດໝາຍຫວຽດນາມ ພາຍຫຼັງສິ້ນສຸດການແຍກຕົວ.

        ກໍ່ຕາມທ່ານນາງ ເລທິທູຮັ່ງ ແລ້ວ, ອົງການທີ່ມີໜ້າທີ່ຂອງຫວຽດນາມ ພວມຕັ້ງໜ້າສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງຕ່າງປະເທດ, ພິເສດແມ່ນບັນດາປະເທດທີ່ມີເສັ້ນຊາຍແດນຮ່ວມ, ໃນນັ້ນມີຈີນ, ເພື່ອມີມາດຕະການຄຸ້ມຄອງໃຫ້ເປັນຢ່າງດີກວ່າ ແລະ ສະກັດກັ້ນການເຂົ້າ-ອອກເມືອງ ຜ່ານແດນຢ່າງຜິດກົດໝາຍ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top