• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV

      ຕອນເຊົ້າວັນທີ 20 ກໍລະກົດ, ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ຈະໄຂຂຶ້ນຢ່າງສົມກຽດຢູ່ຮ່າໂນ້ຍ.
ທ່ານເລຂານຸການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ບຸຍວັນເກື່ອງ
(ພາບ: VTV)
      ນີ້ແມ່ນກອງປະຊຸມຄັ້ງປະຖົມມະເລິກຂອງອາຍຸການໃໝ່. ທ່ານເລຂານຸການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ບຸຍວັນເກື່ອງ ໃຫ້ຮູ້ວ່າ, ກອງປະຊຸມໄດ້ສວມບົດບາດສຳຄັນ, ສ້າງພື້ນຖານໃຫ້ແກ່ການເຄື່ອນໄຫວຂອງສະພາແຫ່ງຊາດຊຸດທີ XV, ໃນນັ້ນສະພາແຫ່ງຊາດຈະດຳເນີນການເລືອກຕັ້ງ, ໃຫ້ສັດຕະຍາບັນສ້າງບຸກຄະລາກອນດຳລົງບັນດາຕຳແໜ່ງການນຳຂອງບັນດາອົງການແຫ່ງລັດໃຫ້ສົມບູນແບບ. ສະພາແຫ່ງຊາດກໍ່ຈະຮັບຟັງບົດລາຍງານ ແລະ ຕັດສິນບັນດາແຜນການເສດຖະກິດ, ສັງຄົມ, ແຜນການການເງິນ, ງົບປະມານ, ການລົງທຶນພາກລັດ, 2 ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ ແລະ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ເພື່ອເປັນພື້ນຖານໃຫ້ແກ່ການຜັນຂະຫຍາຍການປະຕິບັດໃນໄລຍະ 5 ປີຈະມາເຖິງ. ເລື່ອງສະພາແຫ່ງຊາດຕັດສິນບັນດາບັນຫາດັ່ງກ່າວແມ່ນພື້ນຖານເພື່ອໃຫ້ລັດຖະບານຜັນຂະຫຍາຍ, ຫັນມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໃຫ້ປະກົນຜົນເປັນຈິງ. ທ່ານເລຂານຸການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ບຸຍວັນເກື່ອງ, ໃຫ້ຮູ້ວ່າ:
        “ກອງປະຊຸມຄັ້ງນີ້ຕ້ອງຜັນຂະຫຍາຍວຽກງານກະກຽມທາງດ້ານເນື້ອໃນ, ເງື່ອນໄຂຮັບປະກັນ ແລະ ການປ້ອງກັນ, ຕ້ານໂລກລະບາດໃຫ້ລະອຽດ. ພວກຂ້າພະເຈົ້າໄດ້ກະກຽມທາງດ້ານເນື້ອໃນຢ່າງລອບຄອບທີ່ຖ້ວນແລ້ວ. ບັນດາອົງການຂອງສະພາແຫ່ງຊາດໄດ້ສົມທົບກັບລັດຖະບານຈັດການປະເມີນຜົນຢ່າງລະອຽດລະອໍ ແລະ ມີບັນດາການປະກອບຄຳເຫັນໃຫ້ບັນດາເນື້ອໃນເຊິ່ງສະມາຊິກສະພາແຫ່ງຊາດຕ້ອງພິຈາລະນາ, ປະກອບຄຳເຫັນຢ່າງຈະແຈ້ງແລ້ວ. ພ້ອມກັນນັ້ນ, ນັ້ນແມ່ນກະກຽມບັນດາບົດລາຍງານອະພິປາຍຮັບເອົາຄຳເຫັນຢ່າງລະອຽດ”.
ເຂົ້າຮ່ວມກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ນີ້ມມີກວ່າ 400 ທ່ານ, ໃນນັ້ນມີສະມາຊິກສະພາແຫ່ງຊາດ 296 ເຂົ້າຮ່ວມການເຄື່ອນໄຫວຢູ່ຫໍສະພາແຫ່ງຊາດເປັນຄັ້ງທຳອິດ. ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ຈະດຳເນີນໃນລະຫວ່າງວັນທີ 20 – 31 ກໍລະກົດ, ຖອນເວລາເຮັດວຽກເປັນ 5 ວັນເມື່ອທຽບໃສ່ການຄາດຄະເນກ່ອນນີ້, ແຕ່ຍັງຮັບປະກັນຄຸນນະພາບບັນດາເນື້ອໃນຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຕົກລົງ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top