• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 3 ຄະນະຊີ້ນຳການສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່ຢູ່ ຫວຽດນາມ

ການສະຫຼຸບໄດ້ຊ່ວຍຊີ້ແຈ້ງບັນດາບົດຮຽນ, ບັນດາບັນຫາມີຄວາມໝາຍທິດສະດີ ແລະ ພຶດຕະກຳຕົວຈິງທີ່ສຳຄັນໃຫ້ແກ່ພາລະກິດປ່ຽນແປງໃໝ່, ສ້າງສາ, ພັດທະນາປະເທດຊາດ
(ທ່ານປະທານປະເທດ ໂຕເລິມ ກ່າວຄຳເຫັນຊີ້ນຳກອງປະຊຸມ)

ຕອນເຊົ້າວັນທີ 12 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທີ່ ຮ່າໂນ້ຍ, ຄະນະຊີ້ນຳການສະຫຼຸບບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບພາລະກິດແຫ່ງການປ່ຽນແປງໃໝ່ຕາມທິດສັງຄົມນິຍົມໃນໄລຍະ 40 ປີຜ່ານມາຢູ່ ຫວຽດນາມ (ຄະນະຊີ້ນຳ) ໄດ້ຈັດກອງປະຊຸມຄັ້ງທີ 3.

ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານປະທານປະເທດ ໂຕເລິມ ເນັ້ນໜັກວ່າ, ການສະຫຼຸບໄດ້ຊ່ວຍຊີ້ແຈ້ງບັນດາບົດຮຽນ, ບັນດາບັນຫາມີຄວາມໝາຍທິດສະດີ ແລະ ພຶດຕະກຳຕົວຈິງທີ່ສຳຄັນໃຫ້ແກ່ພາລະກິດປ່ຽນແປງໃໝ່, ສ້າງສາ, ພັດທະນາປະເທດຊາດ ແລະ ປົກປັກຮັກສາປະເທດຊາດໃນໄລຍະໃໝ່. ຕາມທ່ານປະທານປະເທດແລ້ວ, ຄະນະຊີ້ນຳຕ້ອງສືບຕໍ່ລະດົມການເຂົ້າຮ່ວມ, ເສີມຂະຫຍາຍພູມປັນຍາຂອງບັນດານັກວິທະຍາສາດ, ນັກຊ່ຽວຊານ, ພະນັກງານຄຸ້ມຄອງທີ່ມີປະສົບການຫຼາຍຢ່າງ, ປະຊາຊົນທຸກຊັ້ນວັນນະໃນທົ່ວປະເທດເຂົ້າໃນວຽກງານສະຫຼຸບ.

“ຂ້າພະເຈົ້າສະເໜີຕ້ອງອີງໃສ່ໝາກຜົນການສະຫຼຸບ 8 ເນື້ອໃນ, ໂຄງຮ່າງກໍ່ໄດ້ຮັບເອົາຄຳເຫັນຊີ້ນຳ, ການປະກອບຄຳເຫັນຂອງກົມການເມືອງ ຂອງກອງປະຊຸມສູນກາງພັກຄັ້ງທີ 9 ຜ່ານມາ, ພວກເຮົາຕ້ອງສືບຕໍ່ຄົ້ນຄວ້າ, ລວບລວມ, ເພື່ອຕີລາຄາໂດຍສັງເຂບ, ຊັດເຈນ, ຄົບຖ້ວນກວ່າກ່ຽວກັບ: ສະພາບການໂລກ, ພາກພື້ນ ແລະ ຢູ່ພາຍໃນປະເທດທີ່ສົ່ງຜົນສະທ້ອນເຖິງວິວັດການ 40 ປີແຫ່ງການປ່ຽນແປງໃໝ່”.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ໃຫ້ຄຳໝັ້ນສັນຍາປົກປັກຮັກສາມະຫາສະໝຸດ ແລະ ລະບົບຊີວະພາບທະເລ

ຫວຽດນາມ ໃຫ້ຄຳໝັ້ນສັນຍາປົກປັກຮັກສາມະຫາສະໝຸດ ແລະ ລະບົບຊີວະພາບທະເລ

ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະພັດທະນາອາຊີບຫາປາແບບຍືນຍົງ, ສືບຕໍ່ຜັນຂະຫຍາຍບັນດາລາຍການໜູນຊ່ວຍຊາວປະມົງ.

Top