• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 16 ຄະນະຊີ້ນຳການຮ່ວມມື 2 ຝ່າຍ ຫວຽດນາມ - ຈີນ

ຢູ່ທີ່ນີ້, 2 ຝ່າຍຖືວ່າ, ການພົວພັນ ຫວຽດນາມ - ຈີນ ໃນໄລຍະຜ່ານມາບັນລຸຜົນງານຕັ້ງໜ້າຫຼາຍຢ່າງ.
(ກອງປະຊຸມຄັ້ງທີ 16 ຄະນະຊີ້ນຳການຮ່ວມມື 2 ຝ່າຍ ຫວຽດນາມ - ຈີນ)

ວັນທີ 10 ທັນວາ, ຢູ່ນະຄອນຫຼວງ ປັກກິ່ງ, ປະເທດ ຈີນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ພ້ອມກັບທ່ານກຳມະການກົມການເມືອງ, ຫົວໜ້າຫ້ອງວ່າການຄະນະກຳມະການວຽກງານພົວພັນຕ່າງປະເທດສູນກາງພັກກອມມູນິດ ຈີນ, ລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ, ເປັນປະທານຮ່ວມ ກອງປະຊຸມຄັ້ງທີ 16 ຄະນະຊີ້ນຳການຮ່ວມມື 2 ຝ່າຍ ຫວຽດນາມ - ຈີນ.

        ຢູ່ທີ່ນີ້, 2 ຝ່າຍຖືວ່າ, ການພົວພັນ ຫວຽດນາມ - ຈີນ ໃນໄລຍະຜ່ານມາບັນລຸຜົນງານຕັ້ງໜ້າຫຼາຍຢ່າງ. ກ່ຽວກັບທິດທາງ, ຈຸດສຸມການພົວພັນແລກປ່ຽນ, ການຮ່ວມມືໃນໄລຍະຈະມາເຖິງ, 2 ຝ່າຍໄດ້ເຫັນດີສືບຕໍ່ຮັກສາການແລກປ່ຽນຂັ້ນສູງ; ເພີ່ມທະວີການພົວພັນຜ່ານຊ່ອງທາງພັກ ແລະ ລະຫວ່າງລັດຖະບານ, ສະພາແຫ່ງຊາດ, ແນວໂຮມປະເທດຊາດ ຫວຽດນາມ ກັບບັນດາອົງການທຽບເທົ່າຂອງ ຈີນ; ຍູ້ແຮງບັນດາກົນໄກພົບປະແລກປ່ຽນ, ຮ່ວມມືໃນບັນດາຂົງເຂດການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ລະຫວ່າງທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ ແລະ ປະຊາຊົນ 2 ປະເທດ; ເພີ່ມທະວີການສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.

        2 ຝ່າຍກໍ່ໄດ້ແລກປ່ຽນຢ່າງກົງໄປກົງມາກ່ຽວກັບບັນຫາທະເລ, ໂດຍສະເພາະແມ່ນເຫັນດີສືບຕໍ່ປະຕິບັດຄວາມຮັບຮູ້ລວມຂັ້ນສູງຢ່າງເຂັ້ມງວດ, ຄວບຄຸມ ແລະ ແກ້ໄຂຄວາມບໍ່ລົງລອຍກັນໃຫ້ເປັນຢ່າງດີກວ່າ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ທ່ານ​ ຫງວຽນ​ຊວັນຖັງ ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ ຫວຽດ​ນາມ ຢັ້ງ​ຢື​ນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ໜັບ​ສະ​ໜູນ​ລາວ​ໃນ​ພາ​ລະ​ກິດ​ແຫ່ງ​ການ​​ສ້າງສາ, ພັດ​ທ​ະ​ນາ​ປະ​ເທດ​ຊາດ.

Top