• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 10 ຂອງຄະນະປະຈຳສະພາແຫ່ງຊາດ ຊຸດທີ XV

ຕອນເຊົ້າວັນທີ 14 ເມສາ, ຢູ່ຫໍສະພາແຫ່ງຊາດ, ໄດ້ໄຂກອງປະຊຸມຄັ້ງທີ 10 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ. ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ຫຼາຍເນື້ອໃນສຳຄັນເພື່ອຍື່ນສະເໜີຢູ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ.
  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວກ່າວຄຳເຫັນໄຂກອງປະຊຸມ (ພາບ: ສະພາແຫ່ງຊາດ)  

 ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ: ຢູ່ກອງປະຊຸມຄັ້ງນີ້, ໜຶ່ງໃນບັນດາເນື້ອໃນສຳຄັນຂອງຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນໃສ່ແຜນຮ່າງໂຄງການຕິດຕາມກວດກາປີ 2023, ບົດລາຍງານໝາກຜົນຂອງການຕິດຕາມກວດກາຫົວເລື່ອງສະເພາະ ກ່ຽວກັບການ ປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍ ການວາງແຜນກຳນົດນັບແຕ່ເວລາກົດໝາຍວ່າດ້ວຍການວາງແຜນກຳນົດມີຜົນສັກສິດ.

ເພື່ອຜັນຂະຫຍາຍໂຄງການຕິດຕາມກວດກາຂອງສະພາແຫ່ງຊາດໃຫ້ ມີປະສິດທິຜົນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວຖືວ່າ: ການຄັດເລືອກບັນດາເນື້ອໃນຕິດຕາມກວດກາຕ້ອງດຳເນີນຢ່າງລະມັດລະວັງ, ລະອຽດ, ຮອບດ້ານ, ກົມກຽວ ລະຫວ່າງບັນດາຂົງເຂດ, ຕິດແທດສະພາບການຕົວຈິງ. ກ່ຽວກັບການຕິດຕາມກວດກາວຽກງານປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍວຽກງານວາງແຜນກຳນົດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີ:

ນີ້ແມ່ນໜຶ່ງໃນ 2 ຫົວເລື່ອງສະເພາະໃນການຕິດຕາມກວດກາຢູ່ລະດັບສູງສຸດ ສະບັບທຳອິດຂອງສະພາແຫ່ງຊາດຊຸດທີ XV, ສະເໜີໃຫ້ຄະນະປະຈຳສະພາແຫ່ງຊາດ ດ້ວຍຈິດໃຈພາວະວິໄສ, ມີວິທະຍາສາດ, ຕິດແທດກັບພຶດຕິກຳຕົວຕິງຈິງ, ປະກອບຄຳເຫັນໃສ່ໝາກຜົນຂອງການຕິດຕາມກວດກາ, ເປັນຕົ້ນແມ່ນບັນດາຂ້ໍສະເໜີ, ນັບທັງການສ້າງລະບອບລະບຽບການໃຫ້ສົມບູນແບບ ແລະ ໃນການປະຕິບັດກົດໝາຍ ເພື່ອແກ້ໄຂຈຸດອຸດຕັນ, ຄວາມຫຍຸ້ງຍາກ, ກີດຂວາງໃນປັດຈຸບັນຂອງວຽກງານສ້າງກົດໝາຍວ່າດ້ວຍການວາງແຜນກຳນົດສະບັບນີ້.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top