• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຂອງຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ

      ບັນດາໝາກຜົນດັ່ງກ່າວນີ້ ຍິ່ງເປັນການຢັ້ງຢືນໃຫ້ເຫັນຢ່າງຈະແຈ້ງຄວາມຕັດສິນໃຈຂອງພັກ, ລັດໃນການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ເວົ້າໄປຄຽງຄູ່ກັບການກະທຳ, ບໍ່ມີເຂດຕ້ອງຫ້າມ, ບໍ່ມີອັນຢູ່ນອກກົດໝາຍໃນການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ...

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ ເປັນປະທານກອງປະຊຸມ
(ພາບ:qdnd.vn
      ຕອນບ່າຍວັນທີ 27 ເມສາ, ຢູ່ຮ່າໂນ້ຍ, ຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ ໄດ້ຈັດຕັ້ງກອງປະຊຸມພາຍໃຕ້ການເປັນປະທານຂອງທ່ານຫງວຽນຟຸຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຊີ້ນຳ ເພື່ອປຶກສາຫາລື, ປະກອບຄຳເຫັນໃສ່ບົດລາຍງານກ່ຽວກັບຄວາມຄືບໜ້າ, ໝາກຜົນ, ຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ແລະກຳນົດທິດ ແກ້ໄຂບາງຄະດີ, ກໍລະນີ ການສໍ້ລາດບັງຫຼວງ, ເສດຖະກິດຢ່າງຮ້າຍແຮງ, ສັບສົນ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຄະນະຊີ້ນຳ ຕິດຕາມ, ຊີ້ນຳ ພາຍຫຼັງກອງປະຊຸມຄັ້ງທີ 13 ມາຮອດປັດຈຸບັນ.
        ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານ ເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ຍ້ອງຍໍຊົມເຊີຍ, ຮັບຮູ້ ແລະ ຕີລາຄາສູງຄວາມມານະພະຍາຍາມຂອງບັນດາອົງການທີ່ກ່ຽວຂ້ອງ ພາຍຫຼັງກອງປະຊຸມຄັ້ງທີ 13 ຂອງຄະນະຊີ້ນຳມາຮອດປັດຈຸບັນ ໄດ້ຜັນຂະຫຍາຍການປະຕິບັດລາຍງານການສະຫຼຸບຂອງຄະນະຊີ້ນຳຢ່າງເຂັ້ມງວດ, ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງໃນການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ທ່ານ ເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢັ້ງຢືນວ່າ ບັນດາໝາກຜົນດັ່ງກ່າວນີ້ ຍິ່ງເປັນການຢັ້ງຢືນໃຫ້ເຫັນຢ່າງຈະແຈ້ງຄວາມຕັດສິນໃຈຂອງພັກ, ລັດໃນການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ເວົ້າໄປຄຽງຄູ່ກັບການກະທຳ, ບໍ່ມີເຂດຕ້ອງຫ້າມ, ບໍ່ມີອັນຢູ່ນອກກົດໝາຍໃນການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ປັບປຸງຄວາມໄວ້ເນື້ອເຊື້ອໃຈ ແລະ ເພີ່ມທະວີການປະຕິບັດລະບຽບວິໄນໃນໝູ່ພະນັກງານ, ສະມາຊິກພັກ ໄດ້ຮັບການຊົມເຊີຍ, ຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນ ແລະ ຕີລາຄາສູງຈາກປະຊາຊົນ ແລະ ຫາງສຽງ; ສ້າງຜົນກະທົບຢ່າງຕັ້ງໜ້າ ແລະແຜ່ຂະຫຍາຍຢ່າງແຮງໃນທົ່ວສັງຄົມ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top