• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມກົງສຸນກິດຕິມະສັກປະເທດ ສສ.ຫວຽດນາມ ຄັ້ງທີ 2

ບັນດາກົງສຸນກິດຕິມະສັກຢູ່ ເນປານ, ບຣາຊິນ, New Caledonia (ຝລັ່ງ)... ໄດ້ແບ່ງປັນບົດຮຽນການເຄື່ອນໄຫວ, ສະເໜີບັນດາມາດຕະການເພື່ອຍົກສູງປະສິດທິຜົນການເຄື່ອນໄຫວ.
  ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ (ພາບ: VNA)  

ເລື່​ອງ​ເປີດກວ້າງ​ຂອບ​ຂະ​ໜາດ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ຢ່າງ​ແທ້​ຈິງ​ຂອງ​ລະ​ບົບ​ກົງ​ສູນ​ກິດ​ຕິ​ມະ​ສັກ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ມາດ​ຕະ​ການ​ຈຸດ​ສຸມ ເພື່ອ​ເພີ່ມ​ທະ​ວີ​ວຽກ​ງານ​ປົກ​ປ້ອງ​ພົນ​ລະ​ເມືອງ, ຊຸກ​ຍູ້​ການ​ທູດ​ເສດ​ຖະ​ກິດ ແລະ ດຶງ​ດູດ​ແຫຼ່ງ​ກຳ​ລັງ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ໃໝ່. ເນື້ອ​ໃນ​ດັ່ງ​ກ່າວ​ໄດ້​ເນັ້ນ​ໜັກ​ທີ່ກອງ​ປະ​ຊຸມ​ກົງ​ສຸນ​ກິດ​ຕິ​ມະ​ສັກ​ປະ​ເທດ ສ​ສ.ຫວ​ຽດ​ນາມ ຢູ່​ຕ່າງ​ປະ​ເທດ ຄັ້ງ​ທີ 2 ປີ 2026, ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 30 ກໍ​ລະ​ກົດ, ຢູ່​ແຂວງ ກວາງ​ນິງ.

ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ລະ​ບົບ​​ກົງ​ສຸນກິດ​ຕິ​ມະ​ສັກ, ກົມ​​ກົງ​ສູນ ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກສູງ​ສຸດ ເພື່ອ​ແຕ່ງ​ຕັ້ງ ແລະ ​ການເຄື່ອນ​ໄຫວ​ຂອງ​ກົງ​ສຸນ​ກິດ​ຕິ​ມະ​ສັກ, ຮັກ​ສາ​ການ​ເຊື່ອມ​​ຕໍ່, ພ້ອມ​ກັນ​ນັ້ນ ກໍ່ຍ້ອງຍ​ໍ​ບັນ​ດາ​ບຸກ​ຄົນ​ດີ​ເດັ່ນ​ຢ່າງ​ທັນ​ການ. ທີ່ກອງ​ປະ​ຊຸມ, ທ່ານ ຢ້​ວານ​ຮ​ວ່າງ​ມິນ, ຫົວ​ໜ້າ​ກົມ​​ກົງ​ສູນ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ເນັ້ນ​ໜ​ັກ​ວ່າ:

“ພວກ​ຂ້າ​ພະ​ເຈົ້າ​ຈະ​ຄົ້ນ​ຄວ້າ​ບັນ​ດາ​ມາດ​ຕະ​ການ​ເປີດກວ້າງ​ຂອບ​ຂະ​ໜາດບັນ​ດາ​​ກົງ​ສຸນກິດ​ຕິ​ມະ​ສັກ, ຊອກ​ຫາ​ບັນ​ດາ​ຜູ້​ສະ​ໝັກ​ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ, ມີ​ກຳ​ລັງ​ຄວາມ​ສາ​ມາດ​ໜູນ​ຊ່ວຍ​ລັດ​ຖະ​ບານ ຫວຽດ​ນ​າມ ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ຂອງວຽກ​ງານ​​ກົງ​ສຸນກິດ​ຕ​ິ​ມະ​​ສັກ​ຢູ່​ຕ່າງ​ປະ​ເທດຕື່ມ​ອີກ. ທີ 2, ຍົກ​ສູງ​ປະ​ສິດ​ທິ​ຜົນ​ຢ່າງ​ແທ​້ຈິງ, ຕອບ​ສະ​ໜອງ​​ໄດ້ຄວາມ​ຮຽກ​ຮ້ອງ​​ທີ່ສູງກວ່າ, ມາ​ນະ​ພະ​ຍາ​ຍາມ​ຫຼາຍກວ່າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ລວມ​ຂອງ​ປະ​ເທດ​ຊາດ”.

ທີ່ກອງ​ປະ​ຊຸມ, ບັນ​ດາ​​ກົງ​ສຸນກິດ​ຕິ​ມະ​ສັກ​ຢູ່ ເນ​ປານ, ບ​ຣາ​ຊິນ, New Caledonia (ຝລັ່ງ)... ໄດ້​ແບ່ງ​ປັນ​ບົດ​ຮຽນ​ການ​ເຄື່ອນ​ໄຫວ, ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ.

(ແຫຼ່ງຄັດຈາກ VOV)

ເປີດ​ຕົວ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຮັບ​ໃຊ້​ການ​ທ່ອງ​ທ່ຽວ ເລື່ອງ​ລາວ ຮ່າ​ໂນ້ຍ - ມື້​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ວັດ​ທະ​ນະ​ທໍ​າ ຮ່າ​ໂນ້ຍ ແທ້ໆ

ເປີດ​ຕົວ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຮັບ​ໃຊ້​ການ​ທ່ອງ​ທ່ຽວ “ເລື່ອງ​ລາວ ຮ່າ​ໂນ້ຍ - ມື້​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ວັດ​ທະ​ນະ​ທໍ​າ ຮ່າ​ໂນ້ຍ ແທ້ໆ”

ລາຍ​ການ​ສະ​ແດງ​ສິ​ລະ​ປະ “ເລື່ອງ​ລາວ ຮ່າ​ໂນ້ຍ - ມື້​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ວັດ​ທະ​ນະ​ທຳ ຮ່າ​ໂນ້ຍ ແທ້ໆ” ແມ່ນ​ຜະ​ລິດ​ຕະ​ພັນຫຼ້າ​ສຸດ ໂດຍ​ໂຮງ​ລະ​ຄອນຟ້ອນ​ລຳ ທັງ​ລອງ ໄດ້​ແນະ​ນຳ​ເຖິງ​ມະ​ຫາ​ຊົນ ໃນ​ຕອນ​ຄ່ຳ​ວັນ​ທີ 30 ກໍ​ລະ​ກົດ, ຢູ່​ໂຮງ​ລະ​ຄອນ​ຟ້ອນ​ລຳ ທັງ​ລອງ (ຮ່າ​ໂນ້ຍ). ​

Top