ບັນດາກົງສຸນກິດຕິມະສັກຢູ່ ເນປານ, ບຣາຊິນ, New Caledonia (ຝລັ່ງ)... ໄດ້ແບ່ງປັນບົດຮຽນການເຄື່ອນໄຫວ, ສະເໜີບັນດາມາດຕະການເພື່ອຍົກສູງປະສິດທິຜົນການເຄື່ອນໄຫວ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: VNA)
ເລື່ອງເປີດກວ້າງຂອບຂະໜາດ ແລະ ຍົກສູງປະສິດທິຜົນຢ່າງແທ້ຈິງຂອງລະບົບກົງສູນກິດຕິມະສັກ ຫວຽດນາມ ຢູ່ຕ່າງປະເທດແມ່ນໜຶ່ງໃນບັນດາມາດຕະການຈຸດສຸມ ເພື່ອເພີ່ມທະວີວຽກງານປົກປ້ອງພົນລະເມືອງ, ຊຸກຍູ້ການທູດເສດຖະກິດ ແລະ ດຶງດູດແຫຼ່ງກຳລັງພັດທະນາປະເທດຊາດໃນໄລຍະໃໝ່. ເນື້ອໃນດັ່ງກ່າວໄດ້ເນັ້ນໜັກທີ່ກອງປະຊຸມກົງສຸນກິດຕິມະສັກປະເທດ ສສ.ຫວຽດນາມ ຢູ່ຕ່າງປະເທດ ຄັ້ງທີ 2 ປີ 2026, ຈັດຂຶ້ນໃນຕອນເຊົ້າວັນທີ 30 ກໍລະກົດ, ຢູ່ແຂວງ ກວາງນິງ.
ເພື່ອຍົກສູງປະສິດທິຜົນຂອງລະບົບກົງສຸນກິດຕິມະສັກ, ກົມກົງສູນ ກະຊວງການຕ່າງປະເທດ ຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂສະດວກສູງສຸດ ເພື່ອແຕ່ງຕັ້ງ ແລະ ການເຄື່ອນໄຫວຂອງກົງສຸນກິດຕິມະສັກ, ຮັກສາການເຊື່ອມຕໍ່, ພ້ອມກັນນັ້ນ ກໍ່ຍ້ອງຍໍບັນດາບຸກຄົນດີເດັ່ນຢ່າງທັນການ. ທີ່ກອງປະຊຸມ, ທ່ານ ຢ້ວານຮວ່າງມິນ, ຫົວໜ້າກົມກົງສູນກະຊວງການຕ່າງປະເທດ ຫວຽດນາມ, ເນັ້ນໜັກວ່າ:
“ພວກຂ້າພະເຈົ້າຈະຄົ້ນຄວ້າບັນດາມາດຕະການເປີດກວ້າງຂອບຂະໜາດບັນດາກົງສຸນກິດຕິມະສັກ, ຊອກຫາບັນດາຜູ້ສະໝັກມີຄວາມສຸດຈິດສຸດໃຈ, ມີກຳລັງຄວາມສາມາດໜູນຊ່ວຍລັດຖະບານ ຫວຽດນາມ ປະຕິບັດສຳເລັດໜ້າທີ່ຂອງວຽກງານກົງສຸນກິດຕິມະສັກຢູ່ຕ່າງປະເທດຕື່ມອີກ. ທີ 2, ຍົກສູງປະສິດທິຜົນຢ່າງແທ້ຈິງ, ຕອບສະໜອງໄດ້ຄວາມຮຽກຮ້ອງທີ່ສູງກວ່າ, ມານະພະຍາຍາມຫຼາຍກວ່າໃນການປະຕິບັດບັນດາເປົ້າໝາຍພັດທະນາລວມຂອງປະເທດຊາດ”.
ທີ່ກອງປະຊຸມ, ບັນດາກົງສຸນກິດຕິມະສັກຢູ່ ເນປານ, ບຣາຊິນ, New Caledonia (ຝລັ່ງ)... ໄດ້ແບ່ງປັນບົດຮຽນການເຄື່ອນໄຫວ, ສະເໜີບັນດາມາດຕະການເພື່ອຍົກສູງປະສິດທິຜົນການເຄື່ອນໄຫວ.