• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມການທູດຄັ້ງທີ 30: ຊຸກຍູ້ການພົວພັນກັບບັນດາຄູ່ຮ່ວມມືໃຫ້ກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ

ກອງປະຊຸມການທູດຄັ້ງທີ 30 ພວມດຳເນີນຢູ່ຮ່າໂນ້ຍ ເປັນເວລາ 5 ວັນ


ກອງປະຊຸມການທູດຄັ້ງທີ 30: ຊຸກຍູ້ການພົວພັນກັບບັນດາຄູ່ຮ່ວມມືໃຫ້ກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ

(ພາບ: news.zing.vn)

ໂດຍມີການເຂົ້າຮ່ວມຂອງເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າການທູດຫວຽດນາມ ປະຈຳຕ່າງປະເທດ, ພ້ອມກັບບັນດາວິສາຫະກິດ, ຫົວໜ້າຜູ້ຕາງໜ້າບັນດາກະຊວງ, ຂະແໜງການກວ່າ 90 ທ່ານ. ຢູ່ນອກກອງປະຊຸມການທູດຄັ້ງທີ 30, ບັນດາເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າບັນດາອົງການການທູດລ້ວນແຕ່ຢືນຢັນວ່າ, ໃນສະພາບທີ່ພາກພື້ນ ແລະ ສາກົນພວມມີການຜັນປ່ຽນຫຼາຍຢ່າງ ຮຽກຮ້ອງໃຫ້ບັນດາອົງການຕ່າງໜ້າການທູດຫວຽດນາມ ປະຈຳຕ່າງປະເທດ ຕ້ອງມານະພະຍາຍາມຫຼາຍກວ່າອີກ ເພື່ອຊຸກຍູ້ການພົວພັນກັບບັນດາຄູ່ຮ່ວມມືໃຫ້ກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນກວ່າ.

ເຊິ່ງເປັນຜູ້ເຮັດວຽກງານທູດວັດທະນະທຳເປັນເວລາກວ່າ 10 ປີ, ທ່ານອະດີດເອກອັກຄະລັດຖະທູດຫວຽດນາມ ປະຈຳແບນຊິກ ຟ້າມແຊງເຈົາ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ທ່ານຈະຮັບດຳລົງຕຳແໜ່ງໃໝ່ເປັນເອກອັກຄະລັດຖະທູດຫວຽດນາມ ປະຈຳອິນເດຍ ທັງຮັບຜິດຊອບວຽກງານການທູດຢູ່ ເນປານ ແລະ ບູຕານ. ນີ້ແມ່ນປະເທດມີພື້ນຖານວັດທະນະທຳທີ່ມີຈຸດພິເສດສະເພາະ, ມີຫຼາຍຈຸດຄ້າຍຄືກັນກັບຫວຽດນາ. ສະນັ້ນ, ການຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ - ອິນເດຍ, ພິເສດແມ່ນການແລກປ່ຽນວັດທະນະທຳແມ່ນບຸລິມະສິດແຖວໜ້າ.

        “ປະຈຸບັນ, ອິນເດຍ ແມ່ນຄູ່ຮ່ວມມືສຳຄັນທີ່ສຸດຂອງຫວຽດນາມ, ແມ່ນໜຶ່ງໃນ 3 ຄູ່ຮ່ວມມືຍຸດທະສາດຮອບດ້ານຂອງຫວຽດນາມ. ດ້ວຍຕະຫຼາດທີ່ມີພົນລະເມືອງ 1,4 ຕື້ ຄົນ ສະນັ້ນຄວາມສາມາດບົ່ມຊ້ອນຍັງໃຫຍ່ຫຼວງຢູ່. ໃນອາຍຸການຂອງຕົນ, ນອກຈາກໜ້າທີ່ເພີ່ມທະວີການພົວພັນຮ່ວມມືທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ, ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດໃຫ້ເລິກເຊິ່ງ, ກວ້າງຂວາງກວ່າ, ຂ້າພະເຈົ້າເອງຈະມານະພະຍາຍາມຂຽນກ່ຽວກັບພື້ນຖານວັດທະນະທຳຂອງອິນເດຍ, ຍ້ອນນີ້ແມ່ນປະເທດມີພື້ນຖານວັດທະນະທຳຫຼາຍຮູບຫຼາຍສີ ແລະ ມີຈຸດພິເສດສະເພາະ, ມີຫຼາຍຈຸດຄ້າຍຄືກັນກັບຫວຽດນາມ ແລະ ຈາກດ້ານວັດທະນະທຳຈະຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດອື່ນ.”

        ນອກຈາກບັນດາການເຄື່ອນໄຫວສົ່ງເສີມການຄ້າ, ທ່ອງທ່ຽວ, ສະຖານທູດຫວຽດນາມ ປະຈຳເຢຍລະມັນ ໄດ້ເອົາໃຈໃສ່ເປັນພິເສດເຖິງວຽກງານຕິດຕໍ່ພົວພັນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ເຢຍລະມັນ ດວານຊວນຮືງ, ແບ່ງປັນວິທີເພື່ອໃຫ້ພໍ່ແມ່ປະຊາຊົນຍາມໃດກໍ່ອວາຍໜ້າເມືອຫາບ້ານເກີດເມືອງນອນ ແມ່ນຈັດຕັ້ງບັນດາລາຍການໂອ້ລົມກ່ຽວກັບອະທິປະໄຕເຂດທະເລ, ໝູ່ເກາະ, ສົມທົບກັນຈັດຕັ້ງບັນດາການຢ້ຽມຢາມເຈື່ອງຊາ:

“ໄປຄຽງຄູ່ກັບການສະໜິດຕິດພັນກັບບັນດາອົງການຕາງໜ້າທາງການທູດກັບພາຍໃນປະເທດແລ້ວ, ພວກເຮົາຕ້ອງຕິດພັນກັບປະຊາຄົມຊາວຫວຽດນາມໃຫ້ແໜ້ນແຟ້ນ ເພື່ອປະຕິບັດວຽກງານຮັກສາມໍລະດົກ  ແລະ ການຮ່ວມມືດ້ານວັດທະນະທໍາ. ພໍ່ແມ່ຊາວຫວຽດນາມອາໄສຢູ່ເຢຍລະມັນ ຍາມໃດກໍອວ່າຍໜ້າເມືອຫາບ້ານເກີດເມືອງນອນຂອງຕົນ”.

        ໂດຍເອົາໃຈໃສ່ເປັນພິເສດເຖິງການຍູ້ແຮງການຮ່ວມມືລົງທຶນ, ດໍາເນີນທຸລະກິດ, ຮັບປະກັນບັນດາສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍ ແລະ ຊອບທໍາຂອງວິສາຫະກິດຫວຽດນາມ, ເໝາະສົມກັບກົດໝາຍ ແລະ ບັນດາຂໍ້ກໍານົດຂອງກໍາປູເຈຍ, ປະກອບສ່ວນເຂົ້າໃນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ແມ່ນໜ້າທີ່ຈຸດສຸມຂອງອົງການຕາງໜ້າທາງການທູດຂອງຫວຽດນາມປະຈໍາກໍາປູເຈຍ. ທ່ານ ເອກອັກຄະລັດຖະທູດ ຫວູກວາງມິນ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າ ໄດ້ຈັດຕັ້ງບັນດາການພົບປະສັງສັນກັບວິສາຫະກິດ ເພື່ອສະໜອງແຫຼ່ງຂໍ້ມູນຂ່າວສານຕ່າງໆ ກ່ຽວຂ້ອງເຖິງປະເທດປະຈໍາຖິ່ນ ກໍຄືສະພາບການເສດຖະກິດສັງຄົມຂອງປະເທດເພື່ອນບ້ານ, ໃຫ້ຄໍາປຶກສາ, ໜູນຊ່ວຍວິສາຫະກິດໃນບັນດາກໍລະນີທີ່ປະສົບກັບຂໍ້ຕິດຂັດດ້ານລະບຽບການ, ຊ່ວຍແກ້ໄຂບັນດາຄວາມຍາດແຍ່ງກັນ, ສິ່ງຕິດຂັດດ້ານການຄ້າທີ່ເກີດຂຶ້ນໂດຍບັງເອີນ ບົນພື້ນຖານກົດໝາຍ ແລະ ຮ່ວມເດີນທາງກັບວິສາຫະກິດໂຄສະນາເຄື່ອງໝາຍການຄ້າຂອງຫວຽດນາມ”.

        ເຊື່ອມຊຶມແນວທາງນະໂຍບາຍການພົວພັນຕ່າງປະເທດເອກະລາດ, ສັນຕິພາບ, ພັດທະນາ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ເປົ້າໝາຍກວມລວມແມ່ນຮັກສາສະພາບແວດລ້ອມແຫ່ງສັນຕິພາບໃຫ້ມີສະຖຽນລະພາບ, ຢືດໝັ້ນປົກປັກຮັກສາປະຊາທິປະໄຕ, ຜົນປະໂຫຍດອັນຊອບທໍາຂອງຊາດໃຫ້ໝັ້ນຄົງ, ເອກອັກຄະລັດຖະທູດແຕ່ລະຄົນ   ພວມມານະພະຍາຍາມປະຕິບັດພາລະໜ້າທີ່ຂອງຕົນໃຫ້ເປັນຢ່າງດີ ແລະ ເປັນຂົວເຊື່ອມຕໍ່ກ່ຽວກັບດ້ານການເມືອງ, ເສດຖະກິດ, ວັດທະນະທໍາ, ຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມື ໃຫ້ມີປະສິດທິຜົນ ແລະ ແທດຈິງ, ປະກອບສ່ວນຮັບໃຊ້ເປົ້າໝາຍພັດທະນາປະເທດຊາດ.

(ແຫຼ່ງຄັດຈາກ VOV)


ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ

ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ

ຕອນບ່າຍວັນທີ 28 ພະຈິກນີ້ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງໂຕກຽວ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ຍີ່ປຸ່ນ (1973-2023) . ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ, ເຈົ້າຈັກກະພັດ ຍີ່ປຸ່ນ Akishino ແລະ ເຈົ້າຍິງ, ປະທານສະພາຕ່ຳ ຍີ່ປຸ່ນ Nukaga Fukushiro, ພ້ອມກັບເຈົ້າໜ້າທີ່ຂອງຫວຽດນາມ ແລະ ຍີ່ປຸ່ນ ອີກຫຼາຍທ່ານ.

Top