• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງທັບປະຊາຊົນ ຫວຽດນາມ ຍາມໃດກໍ່ກຽມພ້ອມປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນໄວ້ໃຫ້ໝັ້ນຄົງ

ກອງທັບໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດຢ່າງຕັ້ງໜ້າ, ມີປະສິດທິຜົນ, ໃນນັ້ນ, ເຂົ້າຮ່ວມ ແລະ ສະເໜີຂໍ້ລິເລີ່ມທີ່ບັນດາເວທີປາໄສຮ່ວມມືດ້ານປ້ອງກັນຊາດຫຼາຍຝ່າຍຢູ່ພາກພື້ນ ແລະ ສາກົນ
  ພົນໂທ ຫງວຽນເຕິນເກືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ (ພາບ:VOV)  

ຫວ່າງແລ້ວນີ້, ເມື່ອຕອບສຳພາດຕໍ່ນັກຂ່າວ VOV, ພົນໂທ ຫງວຽນເຕິນເກືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໃຫ້ຮູ້ວ່າ: ປີ 2022, ກອງທັບປະຊາຊົນ ຫວຽດນາມ ໄດ້ປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ຢ່າງຮອບດ້ານ, ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນໄວ້ໃຫ້ໝັ້ນຄົງ… ກອງທັບໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດຢ່າງຕັ້ງໜ້າ, ມີປະສິດທິຜົນ, ໃນນັ້ນ, ເຂົ້າຮ່ວມ ແລະ ສະເໜີຂໍ້ລິເລີ່ມທີ່ບັນດາເວທີປາໄສຮ່ວມມືດ້ານປ້ອງກັນຊາດຫຼາຍຝ່າຍຢູ່ພາກພື້ນ ແລະ ສາກົນ, ພິເສດແມ່ນໃນຂອບເຂດອາຊຽນ; ຈັດຕັ້ງການເຄື່ອນໄຫວພົວພັນແລກປ່ຽນມິດຕະພາບດ້ານປ້ອງກັນຊາດ; ຈັດງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມສຳເລັດຜົນ… ພົນໂທ ຫງວຽນເຕີນເກືອງ ໃຫ້ຮູ້ວ່າ:

“ຍົກສູງຄຸນນະພາບການສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງດ້ານການເມືອງ, ເປັນພື້ນຖານເພື່ອຍົກສູງຄຸນນະພາບສັງລວມ ແລະ ກຳລັງແຮງສູ້ຮົບ.  ຜັນຂະຫຍາຍບັນດາວຽກງານ ພະລາທິການ - ເຕັກນິກ, ການເງິນ, ແຜນການ ແລະ ການລົງທຶນ, ວິທະຍາສາດການທະຫານ, ລະບອບກົດໝາຍ, ຕຸລາການ ແລະ ການກວດກາໃນກອງທັບຢ່າງຄົບຊຸດ ແລະ ມີປະສິດທິຜົນ; ພັດທະນາອຸດສາຫະກຳປ້ອງກັນຊາດຕອບສະໜອງຄຳຮຽກຮ້ອງຕ້ອງການກໍ່ສ້າງກອງທັບໃນສະພາບການໃໝ່; ເປັນເຈົ້າການ, ຕັ້ງໜ້າຜັນຂະຫຍາຍວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະ ການພົວພັນຕ່າງປະເທດດ້ານປ້ອງກັນຊາດຕາມທິດນຳ “ຕັ້ງໜ້າ, ເປັນເຈົ້າການ, ແນ່ນອນ, ມີໄຫວພິບ, ມີປະສິດທິຜົນຢ່າງຄົບຊຸດ, ຮອບດ້ານ ແລະ ມີປະສິດທິຜົນ”, ປະກອບສ່ວນປົກປັກຮັກສາປະເທດຊາດແຕ່ຫົວທີ ແລະ ຈາກທາງໄກ”.

(ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກ​ສາ​ຂໍ້​ມູນ​ສ່ວນ​ຕົວ ເພື່ອ​ແນ​ໃສ່​ຫັນ​ຂໍ້​ກຳ​ນົດ​ຂອ​ງ​ລັດ​ຖະ​ທຳ​ມະ​ນູນ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​ເປັນ​ລະ​ບອບ​ລະ​ບຽບ​ການ

ກົດ​ໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກ​ສາ​ຂໍ້​ມູນ​ສ່ວນ​ຕົວ ເພື່ອ​ແນ​ໃສ່​ຫັນ​ຂໍ້​ກຳ​ນົດ​ຂອ​ງ​ລັດ​ຖະ​ທຳ​ມະ​ນູນ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​ເປັນ​ລະ​ບອບ​ລະ​ບຽບ​ການ

ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການປົກປັກຮັກສາຂໍ້ມູນສ່ວນຕົວ ແລະ ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການທົດລອງບາງກົນໄກ, ນະໂຍບາຍທີ່ເປັນເອກະລັກກ່ຽວກັບການພັດທະນາເຮືອນຢູ່ສັງຄົມ.

Top