• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກວາງນິງ: ມີກ່ຳປັ່ນທ່ອງທ່ຽວຕື່ມອີກ 34 ລຳໃນອ່າວຫະລອງ ໄດ້ຮັບໃບຢັ້ງຢືນ ແລະ logo “ເຮືອໃບຂຽວ”

      ຕອນບ່າຍວັນທີ 27 ທັນວາ, ຢູ່ທ່າກ່ຳປັ່ນແຂກສາກົນ ຕວນເຈົາ, ແຂວງກວາງນິງ, ມີກ່ຳປັ່ນທ່ອງທ່ຽວ 34 ລຳຂອງວິສາຫະກິດ 6 ແຫ່ງໄດ້ຮັບໃບຢັ້ງຢືນ ແລະ logo “ເຮືອໃບຂຽວ” 2018 ຄັ້ງທີ 2.

ມີກ່ຳປັ່ນທ່ອງທ່ຽວຕື່ມອີກ 34 ລຳໃນອ່າວຫະລອງ ໄດ້ຮັບໃບຢັ້ງຢືນ ແລະ logo “ເຮືອໃບຂຽວ
(ພາບ: baoquangninh.com.vn) 
      ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດໂຄງການຊຸກຍູ້ການເຕີບໂຕຂຽວຢູ່ອ່າວຫະລອງ ໂດຍອົງການຮ່ວມມືສາກົນຍີ່ປຸ່ນ (JICA) ອຸປະຖຳ.
        “ເຮືອໃບຂຽວ” ແມ່ນເຄື່ອງໝາຍຢັ້ງຢືນໃຫ້ບັນດາກ່ຳປັ່ນທ່ອງທ່ຽວທີ່ເຄື່ອນໄຫວໃນອ່າວຫະລອງ ບັນລຸມາດຕະຖານກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ແລະ ມີໜ້າທີ່ຮັບຜິດຊອບຕໍ່ສັງຄົມ. ເຊິ່ງແມ່ນໜຶ່ງໃນບັນດາຫົວໜ່ວຍວິສາຫະກິດໄດ້ຮັບໃບຢັ້ງຢືນ “ເຮືອໃບຂຽວ”, ທ່ານ ຫງວຽນງອັກກວາງ, ຫົວໜ້າຄຸ້ມຄອງບໍລິສັດເຮືອທ່ອງທ່ຽວ (yacht) 5 ດາວ ຮົ່ງຟອງ, ໃຫ້ຮູ້ວ່າ.
        “ຂ້າພະເຈົ້າພວມດຳເນີນທຸລະກິດ ແລະ ໄດ້ຮັບຜົນປະໂຫຍດຈາກມໍລະດົກໂລກອ່າວ ຫະລອງ, ເຮົາຕ້ອງມີໜ້າທີ່ຮັບຜິດຊອບ. ແຕ່ກ່ອນພວກຂ້າພະເຈົ້າພຽງແຕ່ເຮັດວຽກງ່າຍໆນັ້ນແມ່ນໂຄສະນາບໍ່ຖິ້ມຂີ້ເຫຍື່ອລົງອ່າວເທົ່ານັ້ນ. ມາຮອດຈຸດເວລານີ້, ນອກຈາກບໍ່ຖິ້ມຂີ້ເຫຍື່ອລົງອ່າວແລ້ວ, ພວກເຮົາຍັງຈັດແບ່ງປະເພດຂີ້ເຫຍື່ອ ແລະ ນຳໃຊ້ບັນດາຜະລິດຕະພັນເປັນມິດກັບສິ່ງແວດລ້ອມຢູ່ເທິງກ່ຳປັ່ນອີກດ້ວຍ”.
 (ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top