• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ແພໄໝ DeSilk ຂອງ ຄົນ ຫວຽດ

ຈາກເສັ້ນໄໝ ຊະນິດດີທີ່ສຸດ ແລະ ເຄັດລັບ ໃນການຜະລິດ ຂອງ ຄົນ ຫວຽດ ປະສານສົມທົບ ກັບແນວຄິດການ ອອກແບບ ທີ່ ແຕກ ຕ່າງ ຂອງ ປະເທດສະວິດ, ຜູ້ກໍ່ຕັ້ງເຄື່ອງໝາຍການຄ້າ DeSilk ມີ ຄວາມປາດຖະໜາຢາກ ຜະລິດປະເພດ ແພໄໝ ຂັ້ນສູງ made in Vietnam ຖືກຮັບຮອງຢູ່ແຜນທີ່ແພໄໝ ໂລກ.
ຂ້າພະເຈົ້າເວົ້າກັບເພື່ອນຮ່ວມງານ ທີ່ໄປນຳວ່າ DeSilk ກໍາລັງຂຽນ ຊີວະປະຫວັດ ໃຫ້ແພໄໝ ແຕ່ລະຜືນ. ທ່ານນາງ ວັນທິຮັ່ງ, ຜູ້ກໍ່ຕັ້ງ ເຄື່ອງໝາຍການຄ້າ DeSilk ໃຫ້ພວກຂ້າພະເຈົ້າເບິ່ງ ອ໋າວຢ່າຍ (ເສື້ອຍາວ) ຊຸດໜຶ່ງ ທີ່ຫຍິບ ຈາກແພໄໝ ຊຶ່ງມີລາຍດອກ ພັນລະ ນາ ກ່ຽວກັບອາຊີບ ເຮັດພາບສີຂັດມັນ ເຄືອບເປືອກໄຂ່ ຂອງ ຫວຽດນາມ. ສິ່ງພິເສດ ຈາກແພໄໝ ຜືນນີ້, ຜູ້ນຳໃຊ້ສາມາດ ຈັດ ວາງ ບັນດາສ່ວນລາຍລະອຽດໃນອາຊີບ ເຮັດພາບສີຂັດມັນ ເຄືອບ ເປືອກໄຂ່ ເພື່ອປະດິດສ້າງບັນດາຊຸດ ອ໋າວຢ່າຍ ທີ່ແຕກຕ່າງກັນ. ເຖິງວ່າ ຈະເປັນວິທີຈັດວາງ ແນວໃດກໍຍັງ ສະແດງໃຫ້ເຫັນ ຄວາມ ຮັກຈາກສີມືອັນຄ່ອງແຄ້ວ ຂອງ ນາຍຊ່າງ ຫວຽດນາມ. 


ທ່ານນາງ ວັນທິຮັ່ງ, ຜູ້ກໍ່ຕັ້ງເຄື່ອງໝາຍການຄ້າ DeSilk. ພາບ: ກົງດາດ


ຮ້ານແນະນຳ ແລະ ວາງສະແດງຜະລິດຕະພັນແພໄໝ ຂອງ ເຄື່ອງ ໝາຍການຄ້າ DeSilk ຢູ່ ຮ່າໂນ້ຍ. ພາບ: ກົງດາດ


ລູກຄ້າທີ່ນິຍົມ ແລະ ສຳຜັດໂດຍກົງກັບ ຜະລິດຕະພັນ ຂອງ ເຄື່ອງ ໝາຍການຄ້າ ແພໄໝ DeSilk. ພາບ: ກົງດາດ

ຕົວຢ່າງ ແພໄໝ ມີລາຍແຕ້ມ ຮູບວັດ ແກວ (ແຂວງ ຖ໋າຍບິ່ງ). ວັດ ທີ່ມີຊື່ສຽງ ອາຍຸ ກວ່າ 400 ປີ ເປັນຮ່ອງຮອຍ ປະຫວັດສາດ ແຫ່ງ ຊາດພິເສດ ຊຶ່ງເປັນທີ່ແກ່ວນເຄີຍສຳລັບຊາວ ຫວຽດນາມ, ແຕ່ ດ້ວຍຈິນຕະນາການ ດ້ານສິລະປະກຳ ທີ່ແຕກຕ່າງ, ບັນດານັກ ອອກແບບ DeSilk ໄດ້ສະແດງໃຫ້ເຫັນ ຍ່ານບັນຍາກາດ ທີ່ ເລິກ ລັບ, ໜ້າປະທັບໃຈ ຢູ່ຕາມບັນດາ ແພໄໝ ດ້ວຍການປະສານຢ່າງ ກົມກຽວ ລະຫວ່າງ ເຕັກນິກພິມ ສະໄໝໃໝ່ ແລະ ມູນເຊື້ອ ຂອງ ຄົນ ຫວຽດ.

ການປະສານສົມທົບ ລະຫວ່າງ ການພິມ ດີຈີີຕອນ ແລະ ການຕໍ່າ ຫູກ ມູນເຊື້ອ ໄດ້ສ້າງອອກ ບັນດາຜົນງານສິ້ນເອກ ທ່ີເນັ້ນຈິດວິນ ຍານ ຂອງ ຊ່າງຕໍ່າຫູກ ກັບ ບັນດາຮູບແບບ, ສີສັນສະເພາະ ທີ່ແປກ ໃໝ່. ທ່ານນາງ ຮ່ັງໃຫ້ຮູ້ວ່າ: “DeSilk ຢາກນໍາມາ ກະແສແປກໃໝ່ ດ້ວຍວິທີການ ປະສົມປະສານ ສີສັນ ວັດທະນະທຳ ມູນເຊື້ອ ກັບ ເຕັກໂນໂລຊີ ສະໄໝໃໝ່”.

“ຮັກສາໄວ້ຄຸນຄ່າ ຂອງສິນຄ້າຫັດຖະກຳ ແລະ ເຄັດລັບ ໃຊ້ແຮງ ງານ ຜະລິດ ຂອງ ຄົນ ຫວຽດ ແມ່ນພາລະກຳ ຂອງ DeSilk”. ການ ອອກແບບປະດິດສ້າງ ປະສົມປະສານ ກັບ ເຕັກນິກມູນເຊື້ອ ແລະ ດີຈີຕອນ ໄດ້ຊ່ວຍໃຫ້ DeSilk ສ້າງອອກ ຜະລິດຕະພັນ ທີ່ເປັນ ເອກະລັກ ຊຶ່ງບໍ່ພຽງແຕ່ ສະແດງໃຫ້ເຫັນ ສີມືຂອງຊ່າງຕໍ່າຫູກ ຫວຽດນາມ ເທົ່ານັ້ນ, ແຕ່ນີ້ຈະເປັນປັດໄຈ ສ້າງໂສມໜ້າໃໝ່ ໃຫ້ບັນ ດາເຄື່ອງໝາຍການຄ້າຂັ້ນສູງ ຂອງ ຄົນ ຫວຽດ ອີກດ້ວຍ.

ທ່ານນາງ ວັນທິຮັ່ງ ໄຂຄວາມໃນໃຈອອກມາ ກ່ຽວກັບ ອາຊີບ ຂອງ ຕົນວ່າ: “ພິມຜ້າໄໝຍາກທີສຸດ, ການພິມຜ້າໄໝແຕ່ລະຊຸດ ມີຄວາມແຕກຕ່າງ ກ່ຽວກັບ ສີສັນ, ບໍ່ຕອບສະໜອງໄດ້ໝົດ ຄວາມ ຕ້ອງການຂອງຕົນ.  ນັບທັງ ເມື່ອມີເຄື່ອງຈັກ ທີ່ທັນສະໄໝ, ແຕ່ຖ້າ ບໍ່ມີຄວາມຮູ້ພິເສດ ກ່ຽວກັບແພໄໝ ຈະບໍ່ສາມາດ ພິມໄດ້. ນັ້ນເອີ້ນ ວ່າ ເປັນສິລະປະຄ່ອງແຄ້ວ”.


DeSilk ໄດ້ປະດິດສ້າງ ບັນດາຊຸດ ແພໄໝ ທີ່ມີ ວັດທະນະທໍາ, ປະ ຫວັດສາດ ມີຄວາມເປັນມາອັນຍາວນານ ຂອງ ບັນດາກິດຈະກຳ ດ້ານສະຖາປັດຕະຍະກຳ
ຫຼື ໝູ່ບ້ານອາຊີບ ມູນເຊື້ອ ຫວຽດນາມ ດ້ວຍມູມມອງໃໝ່. ພາບ: ກົງດາດ







ບັນດາຊຸດສະສົມຜ້າພັນຄໍຈາກແພໄໝຂັ້ນສູງ ຂອງ ເຄື່ອງໝາຍການຄ້າ ແພໄໝ DeSilk. ພາບ: ກົງດາດ


ຜ້າພັນຄໍຂະໜາດນ້ອຍ ແຕ່ລະຜືນ ຕ່າງກໍມີເລື່ອງ ແລະ ຄວາມ ໝາຍ ສະເພາະຂອງມັນ. ພາບ: ກົງດາດ


ກາລະວັດ ທີ່ຜະລິດຈາກແພໄໝ ຂັ້ນສູງຂອງ DeSilk. ພາບ: ກົງດາດ


ຊຸດຂອງຕ້ອນ ລະດັບຊັ້ນນຳ ຂອງເຄື່ອງໝາຍການຄ້າແພໄໝ DeSilk. ພາບ: ກົງດາດ

ຄວາມຄ່ອງແຄ້ວ ຂອງຜູ້ເປັນນາຍຊ່າງ ຫວຽດນາມ ໄດ້ສະແດງໃຫ້ ເຫັນຢ່າງຈະແຈ້ງ ຢູ່ຕາມບັນດາຜະລິດຕະພັນຂອງ DeSilk ນັບແຕ່ ອ໋າວຢ່າຍ ໄປຈົນເຖິງຜ້າພັນຄໍ ທີ່ມີຄວາມງາມສະເໜ່ ຊຶ່ງສະຫງວນ ໃຫ້ແກ່ ບັນດາສຸພາບສະຕີ ທີ່ປະສົບຄວາມສໍາເລັດ ຫຼື ບັນດາ ໂບ ນ້ອຍໆ ທີ່ສວຍງາມ ເປັນຕາໜ້າຮັກ ຕິດຢູ່ເທິງກະເປົາຫິ້ວ.

ວິທີການເຮັດ ຂອງ DeSilk ບໍ່ພຽງແຕ່ ແມ່ນການໝູນໃຊ້ ເຕັກໂນ ໂລຊີ ເທົ່ານັ້ນ, ແຕ່ຍັງແມ່ນການຊອກຫາວິທີການນໍາໃຊ້, ເຮັດໃໝ່ ບັນດາເຕັກນິກ ແລະ ຄວາມສາມາດຂອງນາຍຊ່າງ, ມຸ່ງສູ່ການໂຄ ສະນາ ອຸດສາຫະກຳ ຫັດຖະກຳ ຫວຽດນາມ ຢ່າງຕໍ່ເນື່ອງ. ທ່ານ ນາງ ວັນທິຮັ່ງ ເນັ້ນໜັກວ່າ: “ບັນດານັກອອກແບບ ຂອງ ພວກຂ້າ ພະເຈົ້າ ໄດ້ປະສານສົມທົບ ກັບ ບັນດານາຍຊ່າງ ມູນເຊື້ອ ແລະ ຜົນ ຂອງການແລກປ່ຽນນີ້ ໄດ້ຂ້າມຜ່ານ ຄຸນຄ່າ ຂອງ ຜະລິດຕະ ພັນໜຶ່ງ, ນຳມາຊຶ່ງແຫຼ່ງຄວາມຮູ້, ເຕັກນິກ ທີ່ມີຄ່າ ໃຫ້ແກ່ນາຍຊ່າງ ຜູ້ມີສີມືດີຂອງ ຫວຽດນາມ”.

ພົ້ນອອກຈາກຊາຍແດນ ຫວຽດນາມ, ບັນດານັກອອກແບບ ຂອງ DeSilk ມາຈາກ ປະເທດ ສະວິດ, ບ້ານເກີດຂອງ ເຄື່ອງໝາຍການ ຄ້າໂມງ ທີ່ມີຊື່ສຽງ ລະດັບໂລກ. ດ້ວຍເຫດນັ້ນ, ເຂົາເຈົ້າ ໄດ້ນຳມາ ໃຫ້ DeSilk ຄວາມເຂັ້ມງວດ, ມີລະບຽບວິໄນ ແລະ  ຄວາມ ຊັດເຈນ ທີ່ເຄື່ອງໝາຍການຄ້າຂັ້ນສູງ ມາດຖານລະດັບສາກົນ ຕ້ອງ ການມີ.

ໃນຖານະເປັນຜູ້ມີຄວາມຫຼົງໄຫຼກັບແພໄໝ, ທ່ານນາງ ວັນທິຮັ່ງ ໄດ້ ໄຕ່ຕອງ ແລະ ເດີນທາງໄປທົ່ວທຸກຫົນແຫ່ງ ຂອງ ປະເທດ ຫວຽດ ນາມ ເພື່ອຊອກຫາປະເພດແພໄໝ ດີທີ່ສຸດ ໃຫ້ກັບລູກຈິດວິນຍານ ຂອງ ຕົນ. ຫຼັງຈາກໄປຍັງ ເຂດຜະລິດແພໄໝ ຢູ່ ນະຄອນ ບາວລົກ (ແຂວງ ເລີມດົ່ງ), ທ່ານນາງໄດ້ເຫັນກັບຕາ ຕ່ອງໂສ້ ການຜະລິດ ຢູ່ ໂຮງງານ ຫຼາຍແຫ່ງ ທີ່ສ້າງມາແຕ່ດົນ, ພົບປະຊາວກະສິກອນ ຜູ້ມີ ຄວາມຮັກເປັນ ພິເສດ ກັບອາຊີບຕໍ່າຜ້າໄໝ ແບບຫັດຖະກຳ, ທ່ານ ນາງ ຮັ່ງ ໄດ້ກຳນົດວ່າ ບ່າວລົກ ແມ່ນເຂດດິນ ເພື່ອສ້າງ ຜະລິດຕະ ພັນ ແພໄໝ ຂັ້ນສູງ.

ດ້ວຍຄວາມຮັກ ບໍ່ມີທີ່ສິ້ນສຸດ ແລະ ຈິດໃຈມຸ່ງຫາອັນຍອດຢ້ຽມ ທີ່ ຕ້ອງການມີ ຂອງເຄື່ອງໝາຍການຄ້າສາກົນ ມາດຖານຂັ້ນສູງ ຂອງ ຜູ້ກໍ່ຕັ້ງເຄື່ອງໝາຍການຄ້າ DeSilk, ພວກຂ້າພະເຈົ້າ ເຊື້ອໝັ້ນວ່າ DeSilk ຈະປະສົບຜົນສຳເລັດ ກັບ ຄວາມປາດຖະໜາ ນຳເຄື່ອງ ໝາຍການຄ້າແພໄໝ made in Vietnam ເຂົ້າເຖິງບັນດາຕະຫຼາດ ທີ່ມີຊື່ສຽງໂດ່ງດັງ ເຊັ່ນ: ສະວິດ, ຝຣັ່ງ, ຍີ່ປຸ່ນ, ອີຕາລີ ແລະ ອັງກິດ.

ຜະລິດຕະພັນ ພິເສດ ຈຳນວນໜຶ່ງ ຂອງ ເຄື່ອງໝາຍການຄ້າ ແພ ໄໝ DeSilk. ພາບ: ຂ້ໍມູນໂດຍ ຜູ້ກ່ຽວສະໜອງໃຫ້

















 
ບົດ: ຖາວວີ - ພາບ: ເຈິ່ນກົງດາດ - ແປໂດຍ: ບິກລຽນ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top