• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ກ່າເມົາ ຊຸກຍູ້ການໂຄສະນາ ແລະ ຍົກສູງຄຸນນະພາບຜະລິດຕະພັນ OCOP

ເພື່ອໂຄສະນາ ແລະ ຍົກສູງຄຸນນະພາບຂອງ 333 ຜະລິດຕະພັນ OCOP ພາຍໃນທ້ອງຖິ່ນ, ແຂວງ ກ່າເມົາ ໄດ້ສ້າງຕັ້ງ 27 ຈຸດແນະນຳ ແລະ ວາງສະແດງຂາຍຜະລິດຕະພັນ OCOP, ພ້ອມກັນນັ້ນ ກໍມີ 104 ຜະລິດຕະພັນ ຈາກ 35 ຫົວໜ່ວຍທຸລະກິດ ທີ່ໄດ້ນຳເຂົ້າສູ່ລະບົບການຈຳໜ່າຍຂອງບັນດາຊຸບເປີມາເກັດ ທັງພາຍໃນ ແລະ ຕ່າງແຂວງ. ທາງແຂວງຍັງໄດ້ໃຫ້ຄວາມສຳຄັນໃນການສົ່ງເສີມ ແລະ ອຳນວຍຄວາມສະດວກ ໃຫ້ແກ່ບັນດາຫົວໜ່ວຍ OCOP ລົງທຶນໃສ່ອຸປະກອນຈັກກົນທີ່ທັນສະໄໝ ເພື່ອຮັບໃຊ້ການຜະລິດ ແນໃສ່ຮັບປະກັນຄຸນນະພາບ ແລະ ຊື່ສຽງຂອງເຄື່ອງໝາຍການຄ້າ.
ແຂວງ ກ່າເມົາ ພວມສຸມໃສ່ຍົກສູງຄຸນນະພາບ ແລະ ໂຄສະນາຜະລິດຕະພັນທັງພາຍໃນ ແລະ ຕ່າງປະເທດ. ພາບ: ຕ໋ວນຟີ – VNA
ບັນດາຜະລິດຕະພັນ OCOP ຂອງຮາກຖານ ຖຸຍລຶກ ໄດ້ຮັບການຜະລິດ ແລະ ຫຸ້ມຫໍ່ຕາມຂະບວນການເຕັກນິກທີ່ທັນສະໄໝ. ພາບ: ຕ໋ວນຟີ – VNA
ຜະລິດຕະພັນ OCOP ຂອງຕາແສງ ເຕິນລົກ (ແຂວງ ກາເມົາ) ເຂົ້າຮ່ວມງານວາງສະແດງສິນຄ້າ ເພື່ອຊຸກຍູ້ການຄ້າ. ພາບ: ຕ໋ວນຟີ – VNA

ນອກຈາກການຂະຫຍາຍຕາໜ່າງການຈຳໜ່າຍແລ້ວ, ແຂວງ ກ່າເມົາ ຍັງໄດ້ຕັ້ງໜ້າສະໜັບສະໜູນບັນດາຫົວໜ່ວຍ OCOP ໃນການນຳໃຊ້ລະບົບດີຈີຕອນເຂົ້າໃນການເຄື່ອນໄຫວທຸລະກິດ. ບັນດາເວທີການຄ້າທາງເອເລັກໂຕຣນິກ ແລະ ສື່ສັງຄົມອອນລາຍ ໄດ້ກາຍເປັນຊ່ອງທາງການໂຄສະນາທີ່ມີປະສິດທິຜົນ, ຊ່ວຍໃຫ້ຜະລິດຕະພັນພິເສດຂອງເຂດດິນແດນ ເດິດໝຸ໊ຍ ເຂົ້າເຖິງຜູ້ບໍລິໂພກຮຸ່ນໃໝ່ ແລະ ຕະຫຼາດສາກົນໄດ້ໃກ້ຊິດກວ່າເກົ່າ. ການເປີດເຜີຍຂໍ້ມູນຢ່າງໂປ່ງໃສຜ່ານລະບົບ QR Code ແລະ ການກວດສອບແຫຼ່ງທີ່ມາຢ່າງຈະແຈ້ງ ໄດ້ຊ່ວຍຍົກສູງຄວາມເຊື່ອໝັ້ນຂອງລູກຄ້າ ທີ່ມີຕໍ່ຄຸນນະພາບຂອງຜະລິດຕະພັນທ້ອງຖິ່ນ..

ຜະລິດຕະພັນ OCOP (ນຳ້ປາປູູທະເລ) ໄດ້ຮັບການແນະນຳໃຫ້ແກ່ລູກຄ້າຕ່າງປະເທດ ໃນບັນດາງານວາງສະແດງສິນຄ້າ ເພື່ອຊຸກຍູ້ການຄ້າ. ພາບ: ຕ໋ວນຟີ – VNA
ຜະລິດຕະພັນ OCOP ຊີ້ນຄວາຍແຫ້ງແດດດຽວ (ຮາກຖານ ຖຸຍລຶກ - ເມືອງ ອານຊວຽນ, ແຂວງ ກ່າເມົາ) ໄດ້ຮັບການຕາກໃນເຮືອນຮົ່ມທີ່ປິດມິດ ເພື່ອຮັບປະກັນຄວາມປອດໄພດ້ານສະບຽງອາຫານ. ພາບ: ຕ໋ວນຟີ – VNA
ການຜະລິດຜະລິດຕະພັນ OCOP ໄສ້ອົ່ວ ໂກໝ່ວຍ. ພາບ: ຕ໋ວນຟີ – VNA

ໃນທິດທາງການພັດທະນາຮອດປີ 2030, ແຂວງ ກ່າເມົາ ໄດ້ກຳນົດວ່າ ຜະລິດຕະພັນ OCOP ບໍ່ພຽງແຕ່ແມ່ນສິນຄ້າທົ່ວໄປເທົ່ານັ້ນ ແຕ່ຍັງແມ່ນ “ທູດທາງດ້ານວັດທະນະທຳ” ທີ່ສົ່ງຕໍ່ຄຸນຄ່າຂອງເຂດດິນແດນແມ່ນ້ຳລຳເຊ. ດັ່ງນັ້ນ, ທາງແຂວງຈຶ່ງໄດ້ຈັດຊຸດອົບຮົມກ່ຽວກັບການອອກແບບການຫຸ້ມຫໍ່, ສະຫຼາກສິນຄ້າ ແລະ ທັກສະການຕະຫຼາດທີ່ທັນສະໄໝຢ່າງຕໍ່ເນື່ອງ. ການປະສົມປະສານລະຫວ່າງຂະບວນການຜະລິດທີ່ກ້າວໜ້າ ແລະ ເອກະລັກອັນໂດດເດັ່ນຂອງທ້ອງຖິ່ນ ແມ່ນກຸນແຈສຳຄັນເພື່ອເຮັດໃຫ້ຜະລິດຕະພັນ ເຊັ່ນ: ປາແດກກະປູທະເລ, ໄສ້ອົ່ວ ຫຼື ຊີ້ນຄວາຍແຫ້ງ ກາຍເປັນເຄື່ອງໝາຍການຄ້າທີ່ເຂັ້ມແຂງ, ປະກອບສ່ວນຊຸກຍູ້ເສດຖະກິດຊົນນະບົດໃຫ້ພັດທະນາຢ່າງຍືນຍົງ.

ປະຕິບັດໂດຍ: VNA/VNP

ບາວມິງ - ເຜີຍແຜ່ລົດຊາດ ບຸນເຕັດ ຫວຽດນາມ

ບາວມິງ - ເຜີຍແຜ່ລົດຊາດ ບຸນເຕັດ ຫວຽດນາມ

ຜ່ານໄລຍະເວລາກວ່າ 3 ທົດສະວັດ ແຫ່ງການສ້າງຕັ້ງ ແລະ ພັດ ທະນາ, ເຄື່ອງໝາຍການຄ້າ ເຂົ້າໜົມ-ໝາກໄມ້ເຊື່ອມ ບາວມິງ ໄດ້ກາຍເປັນສ່ວນໜຶ່ງທີ່ຄຸ້ນເຄີຍ ໃນວັດທະນະທຳ ບຸນເຕັດ ຫວຽດ. ຈາກຄຸນຄ່າ ທີ່ເປັນມູນເຊື້ອສືບທອດກັນມາ ຂອງ ອາຊີບເຮັດເຂົ້າໜົມ ແບບດັ້ງເດີມ, ບາວມິງ ໄດ້ຢຶດໝັ້ນໃນການຮັກສາ ລົດຊາດດັ້ງເດີມ, ພ້ອມທັງຄ່ອຍໆ ປ່ຽນແປງໃໝ່ ເພື່ອຍົກລະດັບຜະລິດຕະ ພັນ ທີ່ເຕັມໄປດ້ວຍເອກະລັກ ອາຫານ ຫວຽດ ໃຫ້ເຂົ້າໃກ້ກັບຜູ້ບໍລິໂພກ ທັງພາຍໃນປະເທດ ແລະ ເພື່ອນມິດສາກົນ ຫຼາຍຂຶ້ນ.

Top