Vinacoco - ຢັ້ງຢືນຄຸນຄ່າ ຜະລິດພັນກະສິກຳ ຫວຽດນາມ
ຈາກແຫຼ່ງນ້ຳໝາກພ້າວສົດ ຂອງ ເຂດ ເບ໋ນແຈ, ຈ່າວິງ (ປັດຈຸບັນ ຂຶ້ນກັບແຂວງ ຫວິິ໊ງລອງ), Vinacoco ໄດ້ພັດທະນາ ຜະລິດຕະພັນ ວຸ້ນໝາກພ້າວ ສົ່ງອອກໄປຍັງ 27 ປະເທດ, ຄ່ອຍໆ ນຳພາຜະລິດພັນກະສິກຳ ຫວຽດນາມ ເຂົ້າຮ່ວມຢ່າງເລິກເຊິ່ງ ໃນຕ່ອງໂສ້ມູນຄ່າທົ່ວໂລກ. ເສັ້ນທາງດັ່ງກ່າວ ແມ່ນການປະສົມປະສານ ລະຫວ່າງ ວັດຖຸດິບ ທ້ອງຖິ່ນ, ເຕັກໂນໂລຊີ ທີ່ທັນສະໄໝ ແລະ ຍຸດທະສາດການພັດທະນາແບບຍືນຍົງ.
ສ້າງຕັ້ງຂຶ້ນໃນປີ 2016, ບໍລິສັດ ຫຸ້ນສ່ວນອາຫານ ໂກໂກ ຫວຽດ ນາມ (Vinacoco) - ສະມາຊິກ ຂອງ ກຸ່ມບໍລິສັດ GC Food Group - ໄດ້ກຳນົດທິດທາງ ຍົກສູງຄຸນຄ່າ ຂອງ ຕົ້ນໝາກພ້າວ ຜ່ານ 3 ເສົາຄ້ຳຄື: ຄຸນນະພາບ, ເຕັກໂນໂລຊີ ແລະ ການເຊື່ອມໂຍງເຂດວັດຖຸດິບ. ທ່ານ ຫງວຽນວັນທື໋, ປະທານ ສະພາຜູ້ບໍລິຫານ GC Food Group ກ່າວວ່າ ແນວຄິດໃນການສ້າງຕັ້ງ Vinacoco ແມ່ນເລີ່ມມາຈາກ ຄວາມມຸ່ງຫວັງ “ຫັນປ່ຽນ ແຫຼ່ງນ້ຳໝາກພ້າວ ທີ່ອຸດົມສົມບູນ ຂອງ ຫວຽດນາມ ໃຫ້ກາຍເປັນ ຜະລິດຕະພັນທີ່ມີມູນຄ່າສູງ, ແທນທີ່ຈະປະຖິ້ມໃຫ້ເສຍລ້າ”. ຈາກແນວຄິດດັ່ງກ່າວ, ວຸ້ນໝາກພ້າວ ຈຶ່ງຖືກຄັດເລືອກ ໃຫ້ເປັນ ທາງອອກ ໃນການປຸງແຕ່ງແບບລົງເລິກ, ເພີ່ມມູນຄ່າໃຫ້ແກ່ ຜະລິດພັນກະສິກຳ ທ້ອງຖິ່ນ.
ໂຮງງານຕັ້ງຢູ່ເຂດອຸດສາຫະກຳ ໂຮ໋ນາຍ (ແຂວງ ດົ່ງນາຍ) ປັດຈຸ ບັນແມ່ນ ຮາກຖານການຜະລິດ ວຸ້ນໝາກພ້າວ ທີ່ໃຫຍ່ທີ່ສຸດ ໃນ ຫວຽດນາມ ດ້ວຍກຳລັງການຜະລິດ 15.000 ໂຕນ/ປີ. ຕ່ອງໂສ້ການຜະລິດປະກອບມີ 17 ຂັ້ນຕອນຄົບວົງຈອນ, ນັບແຕ່ການຈັດຊື້ ນ້ຳໝາກພ້າວສົດ, ການໝັກດ້ວຍຈຸລິນຊີ ຈົນເຖິງການຂ້າເຊື້ອ ແລະ ຫຸ້ມຫໍ່.
ຈຸດເດັ່ນດ້ານເຕັກໂນໂລຊີ ແມ່ນລະບົບ Aseptic UHT (Ultra High Temperature) - ເຕັກໂນໂລຊີ ຂ້າເຊື້ອດ້ວຍອຸ່ນຫະພູມສູງ ໃນເວລາອັນສັ້ນ, ຊ່ວຍຮັກສາ ກິ່ນລົດຊາດທຳມະຊາດ ແລະ ໂຄງສ້າງທີ່ກອບໜຽວ ທີ່ເປັນເອກະລັກ ຂອງວຸ້ນໝາກພ້າວ ໂດຍບໍ່ຈຳ ເປັນຕ້ອງ ໃຊ້ສານກັນບູດ ສັງເຄາະ. ທ່ານ ເລຈີ໋ທົງ, ຜູ້ນຳອຳນວຍການບໍລິຫານ ໂຮງງານ Vinacoco ໃຫ້ຮູ້ວ່າ: “ເຕັກໂນໂລຊີ ແມ່ນສ່ວນໜຶ່ງເທົ່ານັ້ນ, ສິ່ງສຳຄັນແມ່ນຈິດໃຈ ໃນການສ້າງຜະລິດຕະພັນທີ່ສະອາດ, ໂປ່ງໃສ ແລະ ເພື່ອສຸຂະພາບ ຂອງ ຜູ້ບໍລິໂພກ”. ຕາມທ່ານແລ້ວ, ວຸ້ນໝາກພ້າວ ແມ່ນຜະລິດຕະພັນທີ່ມີ “ຮູບຮ່າງບໍ່ຄົງທີ່”, ພຽງແຕ່ມີຄວາມຜິດພາດ ພຽງເລັກນ້ອຍ ໃນຂະບວນການໝັກ ກໍສາມາດເຮັດໃຫ້ ຄວາມກອບ ແລະ ໂຄງສ້າງປ່ຽນແປງໄດ້, ດັ່ງນັ້ນ ການຄວບຄຸມເຕັກນິກ ຈຶ່ງແມ່ນປັດໄຈຕັດສິນເອກະລັກ ຂອງຜະລິດຕະພັນ.
ຄຽງຄູ່ກັບການລົງທຶນ ດ້ານເຕັກໂນໂລຊີ, Vinacoco ຍັງໄດ້ຊຸກຍູ້ ການຫັນເປັນ ດີຈີຕອນ. ລະບົບຂໍ້ມູນທີ່ເຊື່ອມຕໍ່ໂດຍກົງ ກັບ ຕ່ອງໂສ້ການຜະລິດ Aseptic UHT ຊ່ວຍໃຫ້ສາມາດ ຕິດຕາມ ກວດກາ ບັນດາຕົວເລກ ການດຳເນີນງານ ຕາມເວລາຕົວຈິງ (real-time); ພື້ນຖານໂຄງລ່າງ No-code ແລະ ປັນຍາປະດິດ (AI) ຊ່ວຍກວດພົບຄວາມຜິດພາດ ທາງເຕັກນິກ ໄດ້ໄວ, ເພີ່ມປະສິດທິພາບສູງສຸດ ແລະ ຮັບປະກັນຄວາມສະຖຽນລະພາບ, ເຊິ່ງແມ່ນເງື່ອນໄຂເບື້ອງຕົ້ນ ເພື່ອຕອບສະໜອງ ບັນດາຕະຫຼາດ ທີ່ເອົາໃຈຍາກ.
ດ້ານການຄຸ້ມຄອງຄຸນນະພາບ, ຜະລິດຕະພັນ ໄດ້ຮັບໃບຢັ້ງຢືນ ສາກົນຕ່າງໆ ເຊັ່ນ: FSSC 22000, HACCP, ISO 22000, Halal ແລະ FDA; ພ້ອມນີ້ ຍັງເປັນທ່ີຍອມຮັບວ່າ ເປັນຜະລິດຕະພັນ OCOP 4 ດາວ, ຜະລິດຕະພັນກະສິກຳ ດີເດັ່ນ ຂອງແຂວງ ດົ່ງນາຍ ປີ 2025, ຄຽງຄູ່ກັບລາງວັນຕ່າງໆ ເຊັ່ນ: ລາງວັນຄຸນນະພາບແຫ່ງຊາດ 2022 ແລະ ລາງວັນດາວຄຳ ແຜ່ນດິນ ຫວຽດ 2024.
ຜູ້ຕາງໜ້າ ຂອງ ວິສາຫະກິດ ໃຫ້ຮູ້ວ່າ ການເຮັດໃຫ້ຂະບວນການ ຜະລິດໄດ້ມາດຕະຖານ ແມ່ນພື້ນຖານ ເພື່ອຮັກສາຄຸນນະພາບ ໃນໄລຍະຍາວ ແລະ ສ້າງຄວາມເຊື່ອໝັ້ນ ໃຫ້ແກ່ຄູ່ຮ່ວມມືສາກົນ. ພ້ອມກັນນັ້ນ, ຮູບແບບການເຊື່ອມໂຍງ ກັບຫຼາຍຮ້ອຍຄອບຄົວ ຊາວກະສິກອນ ຢູ່ ເບ໋ນແຈ ໄດ້ຊ່ວຍສ້າງຂາອອກ ທີ່ໝັ້ນຄົງ, ກໍ່ຕົວຕ່ອງໂສ້ມູນຄ່າທີ່ຍືນຍົງ ນັບແຕ່ເຂດວັດຖຸດິບ ຈົນເຖິງໂຮງງານ.
ປັດຈຸບັນ, ວຸ້ນໝາກພ້າວ Vinacoco ໄດ້ມີໜ້າຢູ່ຫຼາຍຕະຫຼາດ ເຊັ່ນ: ຍີ່ປຸ່ນ, ສ ເກົາຫຼີ, ສ ອາເມລິກາ ແລະ ເອີຣົບ. ບັນດາ ຜະລິດ ຕະພັນແມ່ນມີຄວາມຫຼາກຫຼາຍ, ນັບແຕ່ວຸ້ນພ້ອມດື່ມ, ວຸ້ນລົດຊາດໝາກໄມ້, ວຸ້ນວັດຖຸດິບ ສຳລັບຂະແໜງ F&B… ຈົນເຖິງກຸ່ມຜະ ລິດຕະພັນ ເພື່ອສຸຂະພາບ “healthy” ທີ່ມີນ້ຳຕານຕໍ່າ, ອຸດົມດ້ວຍທາດໃຍ, ຕອບສະໜອງທ່າອ່ຽງການບໍລິໂພກ ທີ່ດີ ຕໍ່ສຸຂະພາບທົ່ວໂລກ.
ເສັ້ນທາງ ຂອງ Vinacoco ໄດ້ສະແດງໃຫ້ເຫັນວ່າ ເມື່ອເຕັກໂນໂລຊີ, ການບໍລິຫານ ແລະ ວິໄສທັດ ຍຸດທະສາດ ມາບັນຈົບກັນ, ຜະ ລິດພັນກະສິກຳ ຫວຽດນາມ ຈະບໍ່ພຽງແຕ່ ຢຸດຢູ່ທີ່ບົດບາດ ເປັນວັດຖຸດິບດິບ ເທົ່ານັ້ນ, ແຕ່ຍັງສາມາດກາຍເປັນ ຜະລິດຕະພັນປຸງແຕ່ງແບບລົງເລິກ, ທີ່ມີມູນຄ່າສູງ ແລະ ເປັນຕົວແທນ ໃຫ້ແກ່ພາບລັກ ຂອງຂະແໜງກະສິກຳ ທີ່ທັນສະໄໝ ແລະ ເຊື່ອມໂຍງສາກົນ.
“ເຕັກໂນໂລຊີ Aseptic UHT ບໍ່ພຽງແຕ່ຊ່ວຍຍົກສູງສະມັດຖະພາບ ການຜະລິດ ຂຶ້ນເຖິງ 30%, ແຕ່ຍັງຊ່ວຍປະຢັດພະລັງງານ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍ ດ້ານແຮງງານ. ຍ້ອນການຫັນເປັນອັດຕະໂນມັດ, Vinacoco ສາມາດຫຼຸດຜ່ອນຈຳນວນກຳມະກອນ ຈາກ 40 ຄົນ ລົງເຫຼືອພຽງແຕ່ 5-6 ຄົນ ເພື່ອດຳເນີນງານທັງໝົດລະບົບ ແຕ່ຍັງຮັບປະກັນຄຸນນະພາບ ຂອງຜະລິດຕະພັນ. ໂດຍສະເພາະ, ການນຳໃຊ້ເຕັກໂນໂລຊີ Aseptic UHT ຍັງຊ່ວຍຫຼຸດຜ່ອນ ປະລິມານສິ່ງເສດເຫຼືອ ທີ່ເກີດຂຶ້ນໃນຂະບວນການຜະລິດ, ປະກອບສ່ວນ ເຂົ້າໃນຄຳໝັ້ນສັນຍາປົກປັກຮັກສາສິ່ງແວດລ້ອມ”.
- ບົດໂດຍ: ທົງຫາຍ - ພາບໂດຍ: ທົງຫາຍ ແລະ ເອກະສານ Vinacoco - ແປໂດຍ: ແທງບັ່ງ
















