ເພື່ອໂຄສະນາ ແລະ ຍົກສູງຄຸນນະພາບຂອງ 333 ຜະລິດຕະພັນ OCOP ພາຍໃນທ້ອງຖິ່ນ, ແຂວງ ກ່າເມົາ ໄດ້ສ້າງຕັ້ງ 27 ຈຸດແນະນຳ ແລະ ວາງສະແດງຂາຍຜະລິດຕະພັນ OCOP, ພ້ອມກັນນັ້ນ ກໍມີ 104 ຜະລິດຕະພັນ ຈາກ 35 ຫົວໜ່ວຍທຸລະກິດ ທີ່ໄດ້ນຳເຂົ້າສູ່ລະບົບການຈຳໜ່າຍຂອງບັນດາຊຸບເປີມາເກັດ ທັງພາຍໃນ ແລະ ຕ່າງແຂວງ. ທາງແຂວງຍັງໄດ້ໃຫ້ຄວາມສຳຄັນໃນການສົ່ງເສີມ ແລະ ອຳນວຍຄວາມສະດວກ ໃຫ້ແກ່ບັນດາຫົວໜ່ວຍ OCOP ລົງທຶນໃສ່ອຸປະກອນຈັກກົນທີ່ທັນສະໄໝ ເພື່ອຮັບໃຊ້ການຜະລິດ ແນໃສ່ຮັບປະກັນຄຸນນະພາບ ແລະ ຊື່ສຽງຂອງເຄື່ອງໝາຍການຄ້າ.
ແຂວງ ກ່າເມົາ ພວມສຸມໃສ່ຍົກສູງຄຸນນະພາບ ແລະ ໂຄສະນາຜະລິດຕະພັນທັງພາຍໃນ ແລະ ຕ່າງປະເທດ. ພາບ: ຕ໋ວນຟີ – VNA
ບັນດາຜະລິດຕະພັນ OCOP ຂອງຮາກຖານ ຖຸຍລຶກ ໄດ້ຮັບການຜະລິດ ແລະ ຫຸ້ມຫໍ່ຕາມຂະບວນການເຕັກນິກທີ່ທັນສະໄໝ. ພາບ: ຕ໋ວນຟີ – VNA
ຜະລິດຕະພັນ OCOP ຂອງຕາແສງ ເຕິນລົກ (ແຂວງ ກາເມົາ) ເຂົ້າຮ່ວມງານວາງສະແດງສິນຄ້າ ເພື່ອຊຸກຍູ້ການຄ້າ. ພາບ: ຕ໋ວນຟີ – VNA
ນອກຈາກການຂະຫຍາຍຕາໜ່າງການຈຳໜ່າຍແລ້ວ, ແຂວງ ກ່າເມົາ ຍັງໄດ້ຕັ້ງໜ້າສະໜັບສະໜູນບັນດາຫົວໜ່ວຍ OCOP ໃນການນຳໃຊ້ລະບົບດີຈີຕອນເຂົ້າໃນການເຄື່ອນໄຫວທຸລະກິດ. ບັນດາເວທີການຄ້າທາງເອເລັກໂຕຣນິກ ແລະ ສື່ສັງຄົມອອນລາຍ ໄດ້ກາຍເປັນຊ່ອງທາງການໂຄສະນາທີ່ມີປະສິດທິຜົນ, ຊ່ວຍໃຫ້ຜະລິດຕະພັນພິເສດຂອງເຂດດິນແດນ ເດິດໝຸ໊ຍ ເຂົ້າເຖິງຜູ້ບໍລິໂພກຮຸ່ນໃໝ່ ແລະ ຕະຫຼາດສາກົນໄດ້ໃກ້ຊິດກວ່າເກົ່າ. ການເປີດເຜີຍຂໍ້ມູນຢ່າງໂປ່ງໃສຜ່ານລະບົບ QR Code ແລະ ການກວດສອບແຫຼ່ງທີ່ມາຢ່າງຈະແຈ້ງ ໄດ້ຊ່ວຍຍົກສູງຄວາມເຊື່ອໝັ້ນຂອງລູກຄ້າ ທີ່ມີຕໍ່ຄຸນນະພາບຂອງຜະລິດຕະພັນທ້ອງຖິ່ນ..
ຜະລິດຕະພັນ OCOP (ນຳ້ປາປູູທະເລ) ໄດ້ຮັບການແນະນຳໃຫ້ແກ່ລູກຄ້າຕ່າງປະເທດ ໃນບັນດາງານວາງສະແດງສິນຄ້າ ເພື່ອຊຸກຍູ້ການຄ້າ. ພາບ: ຕ໋ວນຟີ – VNA
ຜະລິດຕະພັນ OCOP ຊີ້ນຄວາຍແຫ້ງແດດດຽວ (ຮາກຖານ ຖຸຍລຶກ - ເມືອງ ອານຊວຽນ, ແຂວງ ກ່າເມົາ) ໄດ້ຮັບການຕາກໃນເຮືອນຮົ່ມທີ່ປິດມິດ ເພື່ອຮັບປະກັນຄວາມປອດໄພດ້ານສະບຽງອາຫານ. ພາບ: ຕ໋ວນຟີ – VNA
ການຜະລິດຜະລິດຕະພັນ OCOP ໄສ້ອົ່ວ ໂກໝ່ວຍ. ພາບ: ຕ໋ວນຟີ – VNA
ໃນທິດທາງການພັດທະນາຮອດປີ 2030, ແຂວງ ກ່າເມົາ ໄດ້ກຳນົດວ່າ ຜະລິດຕະພັນ OCOP ບໍ່ພຽງແຕ່ແມ່ນສິນຄ້າທົ່ວໄປເທົ່ານັ້ນ ແຕ່ຍັງແມ່ນ “ທູດທາງດ້ານວັດທະນະທຳ” ທີ່ສົ່ງຕໍ່ຄຸນຄ່າຂອງເຂດດິນແດນແມ່ນ້ຳລຳເຊ. ດັ່ງນັ້ນ, ທາງແຂວງຈຶ່ງໄດ້ຈັດຊຸດອົບຮົມກ່ຽວກັບການອອກແບບການຫຸ້ມຫໍ່, ສະຫຼາກສິນຄ້າ ແລະ ທັກສະການຕະຫຼາດທີ່ທັນສະໄໝຢ່າງຕໍ່ເນື່ອງ. ການປະສົມປະສານລະຫວ່າງຂະບວນການຜະລິດທີ່ກ້າວໜ້າ ແລະ ເອກະລັກອັນໂດດເດັ່ນຂອງທ້ອງຖິ່ນ ແມ່ນກຸນແຈສຳຄັນເພື່ອເຮັດໃຫ້ຜະລິດຕະພັນ ເຊັ່ນ: ປາແດກກະປູທະເລ, ໄສ້ອົ່ວ ຫຼື ຊີ້ນຄວາຍແຫ້ງ ກາຍເປັນເຄື່ອງໝາຍການຄ້າທີ່ເຂັ້ມແຂງ, ປະກອບສ່ວນຊຸກຍູ້ເສດຖະກິດຊົນນະບົດໃຫ້ພັດທະນາຢ່າງຍືນຍົງ.