ໄລ່ຮອດວັນທີ 2 ມັງກອນ 2026, ທາງແຂວງກ໋ວາງນິງ ໄດ້ຕ້ອນຮັບແຂກທ່ອງທ່ຽວປະມານ 530.000 ເທື່ອຄົນ, ໃນນັ້ນແຂກທ່ອງທ່ຽວສາກົນບັນລຸ 44.400 ເທື່ອຄົນ.
ເນື່ອງໃນໂອກາດວັນບຸນປີໃໝ່ສາກົນ 2026, ແຂວງກວ໋າງນິງໄດ້ຕ້ອນຮັບແຂກທ່ອງທ່ຽວເປັນຈຳນວນຫຼາຍ. ໄລ່ຮອດວັນທີ 2 ມັງກອນ 2026, ທາງແຂວງກ໋ວາງນິງ ໄດ້ຕ້ອນຮັບແຂກທ່ອງທ່ຽວປະມານ 530.000 ເທື່ອຄົນ, ໃນນັ້ນແຂກທ່ອງທ່ຽວສາກົນບັນລຸ 44.400 ເທື່ອຄົນ. ທ່ານ ຫງວຽນເລິນງວຽນ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງກວ໋າງນິງ ໃຫ້ຮູ້ວ່າ:
ກ້າວເຂົ້າສູ່ປີ 2026, ທາງແຂວງກ໋ວາງນິງຕັດສິນໃຈປະຕິບັດສຳເລັດທຸກຄາດໝາຍໃນການພັດທະນາການທ່ອງທ່ຽວ. ທາງແຂວງກວ໋າງນິງຈະສຸມໃສ່ເຂົ້າວຽກງານພັດທະນາການທ່ອງທ່ຽວ, ພັດທະນາບັນດາຜະລິດຕະພັນທ່ອງທ່ຽວເພື່ອສ້າງບັນດາຜະລິດຕະພັນການທ່ອງທ່ຽວໃໝ່, ເປັນເອກະລັກກ່ວາ, ດຶງດູດແຂກທ່ອງທ່ຽວພາຍໃນປະເທດ ແລະ ສາກົນ.
(ແຫຼ່ງຄັດຈາກ VOV)