• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງ​ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ Delcy Rodriguez ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຊົ່ວ​ຄາວ

ວັນທີ 03 ມັງກອນ, ສານລັດຖະທຳມະນູນຂຶ້ນກັບສານສູງສຸດ ເວເນຊູເອລາ ໄດ້ບົ່ງຕົວທ່ານນາງ ຮອງປະທານາທິບໍດີ Delcy Rodriguez ຮັບດຳລົງຕຳແໜ່ງປະທານາທິບໍດີຊົ່ວຄາວ ໃນສະພາບການທ່ານປະທານາທິບໍດີ Nicolas Maduro ຖືກຈັບຕົວໃນບັ້ນການທະຫານຂອງກຳລັງ ອາເມລິກາ.
ທ່ານນາງ ຮອງປະທານາທິບໍດີ Delcy Rodriguez ກ່າວຄຳເຫັນຕໍ່ໜ້າວົງການນັກຂ່າວໃນວັນທີ 10/03/2025 (ພາບເອກະສານ: REUTERS/Leonardo Fernandez Viloria)

ສານລັດຖະທຳມະນູນຊີ້ແຈ້ງວ່າ ເລື່ອງທ່ານນາງ Delcy Rodriguez ຮັບດຳລົງຕຳແໜ່ງ “ປະທານາທິບໍດີ ສ. Bolivar Venezuela ເພື່ອແນໃສ່ຮັບປະກັນການຕໍ່ເນື່ອງກ່ຽວກັບດ້ານບໍລິຫານ ແລະ ການປ້ອງກັນຊາດຢ່າງຮອບດ້ານຂອງປະເທດນີ້.

        ກ່ອນໜ້ານັ້ນ ໃນວັນດຽວກັນ, ທ່ານນາງຮອງປະທານາທິບໍດີ Delcy Rodriguez ຮັບ ໃຫ້ຮູ້ວ່າ ທ່ານນາງໄດ້ຮຽກຕົວສະມາຊິກສະພາປ້ອງກັນຄວາມສະຫງົບ ພາຍຫຼັງທີ່ ອາເມລິກາ ຖະແຫຼງດຳເນີນບັ້ນການທະຫານຢູ່ ເວເນຊູເອລາ.

        ຕາມທ່ານນາງແລ້ວ, ຈຸດປະສົງຂອງບັ້ນຮົບໂດຍ ອາເມລິກາ ດຳເນີນ “ແມ່ນການກໍ່ລັດຖະປະຫານ ແລະ ຢຶດເອົາຊັບພະຍາກອນທຳມະຊາດ” ຂອງ ເວເນຊູເອລາ.

(ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top